ການເຄື່ອນໄຫວສະເຫຼີມສະຫຼອງແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນຄົບຮອບ126ປີ

ການເຄື່ອນໄຫວສະເຫຼີມສະຫຼອງແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນຄົບຮອບ126ປີ - ảnh 1
ງານ​ວາງສະ​ແດງ ປະທານ​ໂຮ່ຈີ​ມິນ - ຜູ້​ນຳ​
ທີ່​​ແສນ​ເຄົາລົບຮັກ​ຂອງ​ປະຊາຊົນ ຫວຽດນາມ
(ພາບ: TTXVN)

(vovworld) - ວັນ​ທີ 17/05, ຄະນະ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ບັນດາ​ວັນ​ບຸນ​ໃຫຍ່​ນະຄອນ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງງານ​ວາງສະ​ແດງ “ປະທານ​ໂຮ່ຈີ​ມິນ - ຜູ້​ນຳ​ທີ່​​ແສນ​ເຄົາລົບຮັກ​ຂອງ​ປະຊາຊົນ ຫວຽດນາມ” ​ແລະ “ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ - ​​ແວ່ນ​ແຍງ​ອັນ​ແຈ້ງ​ໃຫ້​ລຸ່ນໜຸ່ມ”. ບັນດາ​ງານ​ວາງສະ​ແດງ​ນີ້ ນອນ​ໃນລະບົບ​ບັນດາ​​ເຫດການ​ສະ​ເຫຼີ​ມສະຫຼອງ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈີ​ມິນ​ຄົບຮອບ 126ປີ. ງານ​ວາງສະ​ແດງ “ປະທານ ​ໂຮ່ຈີ​ມິນ - ຜູ້ນຳ​ທີ່​​ແສນ​ເຄົາລົບຮັກ​ຂອງ​ປະຊາຊົນ ຫວຽດນາມ” ​ໄດ້​ຈັດ​ຕັ້ງ​ຢູ່ຖະໜົນທາງ​ຍ່າງ ຫງວຽນ​ເຮ້ວ ​ໄດ້ວາງສະ​ແດງ​ບັນດາ​ຮູບ​ພາບ​ແນະນຳ​ກ່ຽວ​ກັບ​ຊີວິດ, ການອຸທິດ​ສ່ວນ​ອັນ​ຍິ່ງ​ໃຫຍ່​ຂອງ​ປະທານ ​ໂຮ່ຈີ​ມິນ ສຳລັບ​ພາລະກິດ​ປະຕິວັ​ດຂອງ​ພັກ, ຂອງ​ປະຊາຊົນ ຫວຽດນາມ, ​ແນະນຳ​ກ່ຽວ​ກັບ​ມໍລະດົກ​ແນວ​ຄິດ​, ຄຸ​ນ ສົມບັດ​ຂອງ​ປະທານ​ ​ໂຮ່ຈີ​ມິນ. ​ໃນ​ຂະນະ​ນັ້ນ, ງານ​ວາງສະ​ແດງ “ຄຸ​ນສົມບັດ​ປະທານ​ໂຮ່ຈີ​ມິນ - ​​ແວ່ນ​ແຍງ​ອັນ​ໃສ​ແຈ້ງ​ໃຫ້​ລຸ່ນໜຸ່ມ” ​ຈັດ​ຕັ້ງ​ຢູ່​ຖະໜົນ ດົ​່ງ​ເຂີຍ ​ໄດ້ວາງສະ​ແດງ​ບັນດາ​ຮູບ​ພາບ, ​ເອກະສານ​ອັນ​ລ້ຳ​ຄ່າ​ແນະນຳ​ກ່ຽວ​ກັບ​ມໍ​ລະ​ດົກ​​ແນວ​​ຄິດ, ຄຸນສົມບັດ​ຂອງ​ປະທານ​ໂຮ່ຈີ​ມິນ ພ້ອມ​ກັບ​ບັນດາຮູບ​ພາບ​ກ່ຽວ​ກັບ​ໝາກຜົນ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ ​ໂຮ່ຈີ​ມິນ​ຂອງ​ບັນດາ​ຂະ​ແໜງ​ການ, ​ຂັ້ນຕ່າງໆ​ໃນ​ບໍ​ລິ​ເວນ​ນະຄອນ.

ຂ່າວ/ບົດ​ອື່ນ