ການເຄື່ອນໄຫວສະເຫລີມສະຫລອງ 68 ປີແຫ່ງວັນຊາດຫວຽດນາມທີ 2/9

ການເຄື່ອນໄຫວສະເຫລີມສະຫລອງ 68 ປີແຫ່ງວັນຊາດຫວຽດນາມທີ 2/9 - ảnh 1
ປະທານໂຮ່ຈິມີນ ອ່ານຖະແຫລງປະກາດ ເອກະລາດຢູ່
ສະຫນາມຫລວງບາງດີງ ຮ່າໂນ້ຍ 2/9/1945
ພາບ:internet


(vovworld)- ​ວັນ​ທີ 2/9, ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ​ສະ​ເຫລີ​ມສະຫລອງ​ວັນ​ຊາດ​ ຫວຽດນາມ ຄົບຮອບ 68 ປີ. ບັນດາ​ຫນັງສືພິມ​ສຳຄັນ​ຢູ່​ຫວຽດນາມ ສະບັບ​ອອກ​ວັນ​ທີ 2/9 ​ໄດ້​ໃຫ້​ຂ່າວ​ ​ແລະ ບົດ​​​ເນື່ອງ​ໃນ​ໂອກາດ​ວັນ​ຊາດ​ຫວຽດນາມ​ທີ 2/9.  ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໄດ້​ອອກ​ອາກາດ​ລາຍການ​ພິ​ເສດ​ໃນ​ຕອນ​ເຊົ້າ​ວັນ​ທີ 2/9 ດ້ວຍ​ຫົວ​ຂໍ້​ວ່າ: ຂີດ​ຫມາຍ​ໄລຍະ​ເວລາ ​ແລະ ກຳລັງ​ຫນູນ​ແຫ່ງ​ການ​ພັດທະນາ. ບົດ​ນຳ​ຂອງ​ຫນັງສືພິມ​ເຍີນ​ເຢີ​ນ(ປະຊາຊົນ)​ໄດ້​ລົງ​ພິມ​ບົດ​ທີ່​ມີ​ຫົວ​ຂໍ້​ວ່າ: ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ຍູ້​ແຮງ​ການ​ຫັນ​ປະ​​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ​ທັນ​ສະ​ໄຫມ.” ສ່ວນ​ຫນັງສືພິມ ກວນ​ໂດ້ຍ​ເຍີນ​ເຢີ​ນ(ສຽງ​ຂອງ​ກອງ​ທັບ​ປະຊາຊົນ​ຫວຽດນາມ) ​ໄດ້​ລົງ​ພິມ​ບົດ​ນຳ​ທີ່​ມີ​ຫົວ​ຂໍ້​ວ່າ: ກຳ​ແຫນ້ນ​ກາລະ​ໂອກາດ, ນຳ​ປະ​ເທດ​ຊາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ພັດທະນາ​ແບບ​ຍືນ​ຍົງ”. ສ່ວນ​ຫນັງສືພິມ ​ໄຊ​ງ່ອນ​ປົດ​ປ່ອຍ ​ໄດ້​ລົງ​ພິມ​ບົດ​ຂຽນທີ່​ມີ​ຫົວ​ຂໍ້​ວ່າ:“ ສິດ​ອຳນາດ​ປະຊາຊົນ” ຢືນຢັນ ການ​ປະຕິວັດ​ເດືອນ​ສິງຫາ, ວັນຊາດ​ທີ 2/9 ​ແມ່ນ​ບາດ​ລ້ຽວປະຫວັດສາດ ​ເປີດ​ຍຸກ​ສະ​ໄຫມ​ໃຫມ່, ຍຸກ​ສະ​ໄຫມ​ປະຊາຊົນ​ເປັນ​ເຈົ້າ​ປະ​ເທດ​ຊາດ, ​ເປັນ​ເຈົ້າ​ຊາກ​ຕະກຳ​ຂອງ​ຕົນ.

       ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ​ກໍ​ໄດ້​ຈັດການ​ເຄື່ອນ​ໄຫວຫລາຍ​ຢ່າງ​ເພື່ອ​ຂຳ່ນັບ​ຊົມ​ເຊີຍ​ເຫດການ​ດັ່ງກ່າວ. ສູນ​ອະນຸລັກຮັກສາ​ປູ​ຊະນີ​ຍະສະ​ຖານ​ກຸງ​​ເກົ່າ​​ເຫ້ວ ​ໄດ້​ຈັດ​ງານ​ວາງສະ​ແດງ“​ປູຊະນີຍະ​ສະຖານ​ເຫ້ວ, ຄວາມ​ຊົງ​ຈຳ ​ແລະ ປະຈຸ​ບັນ.” ສ່ວນ​ຢູ່​ແຂວງ ​ມົກ​ເຈົາ ​ໄດ້​ຈັດ​ຕັ້ງ​ລາຍການ​ວັດທະນະທຳ​ວົງ​ຄະນາ​ຍາດ​ບັນດາ​ເຜົ່າ. ​

ຂ່າວ/ບົດ​ອື່ນ