ການເຄື່ອນໄຫວສະເຫລີມສະຫລອງ ວັນແພດໝໍ ຫວຽດນາມ 27/2

ການເຄື່ອນໄຫວສະເຫລີມສະຫລອງ    ວັນແພດໝໍ ຫວຽດນາມ 27/2 - ảnh 1
ພາບປະກອບ


(vovworld) - ວັນ​ທີ 27/2 ​ແມ່ນ​ວັນ​ແພດ​ໝໍ​ຫວຽດນາມ. ບັນດາ​ຫນັງສື​ພີ​ມສະບັບ​ອອກ​​ໃນວັນ​ທີ 27/2 ລ້ວນ​ແຕ່​ໄດ້​ລົງ​ພິມຂ່າວ, ບົດ​ຕ່າງໆສ່ອງ​ແສງ​ເຖິງ​​ເຫດການ​ນີ້. ຫນັງສືພິມ nhan dan ສຽງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ລົງ​ພິມ​ບົດ​ຂຽນ​ໂດຍ​ຢືນຢັນ​ເຖິງ​ພູມ​ປັນຍາ,  ຄວາມ​ເກັ່ງ​ກ້າ​ສາມາດ​ຂອງ​​ແພດ​ໝໍ​ຫວຽດນາມ. ປີ 2012 ກະຊວງ​ສາທາລະນະ​ສຸກ​ໄດ້​ເຊີດ​ຊູ 30 ຜົນງານ​ດີ​ເດັ່ນ​ທີ່​ຂຶ້ນ​ກັບ 13 ຂົງ​ເຂດ​ຂອງ​ພື້ນຖານ​ການ​ແພດ​ຫວຽດນາມ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ບົດ​ຂຽນ​ໄດ້​ຢືນຢັນ​ວ່າ ຜົນງານ​ນີ້​ບໍ່​ພຽງ​ແຕ່​ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ​ໃນ​ການ​ເບິ່ງ​​ແຍງ​ສຸຂະພາບ​ໃຫ້​ແກ່ປະຊາຊົນ​ເທົ່າ​ນັ້ນ ຫາກ​ຍັງ​ຢືນຢັນ​ສີມື​ຂອງ​ຖັນ​ແຖວ​ແພດ​ໝໍ​ຫວຽດນາມ ກັບ​ເພື່ອນ​ຮ່ວມ​ງານ​ສາກົນ. ຫນັງສືພິມ Quan doi nhan dan ສຽງ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ພິທີ​ມອບ​ນາມມະຍົດ​ແພດ​ໝໍ​ປະຊາຊົນ, ​ແພດ​ໝໍ​ດີ​ເດັ່ນ​ໃນ​ກອງທັບ​ຄັ້ງ​ທີ 10. ຫນັງ​ສີ​ພິມ Saigongiaiphong (​ໄຊ​ງ່ອນ​ປົດ​ປ່ອຍ) ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ຜົນງານ​ຂອງ​ຂະ​ແຫນງ​​ການ​ແພດ​ຂອງ​ນະຄອນ​ໂຮ່ຈິ​ມີນ ​ໃນ​ການ​ນຳ​ໃຊ້​ເຕັກນິກ​ສູງ​ເຂົ້າ​ໃນ​ການ​ປິ່ນ​ປົວ​ພະຍາດ.​ ​ໃນ​ວັນ​ດຽວ​ກັນ ​ໂຮງໝໍ​ໄປສະນີ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະຫລອງ ວັນ​ແພດ​ໝໍ​ຫວຽດນາມ 27/2 ​ແລະ ຮັບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ​ຫນຶ່ງ.
ຂ່າວ/ບົດ​ອື່ນ