ການເຄື່ອນໄຫວສະເຫລີມສະຫລອງ65ປີແຫ່ງວັນປະທານໂຮ່ຈິມີນຮຽກຮ້ອງການແຂ່ງຂັນຮັກຊາດ

ການເຄື່ອນໄຫວສະເຫລີມສະຫລອງ65ປີແຫ່ງວັນປະທານໂຮ່ຈິມີນຮຽກຮ້ອງການແຂ່ງຂັນຮັກຊາດ - ảnh 1
ພາບປະກອບ:internet



 (vovworld)-   ເນື່ອງໃນໂອກາດສະເຫລີມສະຫລອງ 65 ປີແຫ່ງວັນປະທານໂຮ່ຈິມີນຮຽກຮ້ອງ​ການ​ແຂ່ງຂັນ​ຮັກ​ຊາດ ​ແລະ 65 ປີ “ຕຳຫລວດ​ປະຊາຊົນ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ຄຳ​ສັ່ງສອນ 6 ຂໍ້​ຂອງ​ປະທານ​ໂຮ່ຈິ​ມີນ”, ຕອນ​ເຊົ້າ​ວັນ​ທີ 3/6 ຢູ່ ຮ່າ​ໂນ້ຍ, ຫນັງສື​ພິມ​​ເຍີນ​ເຢີ​ນ(ປະຊາຊົນ) ສົມທົບ​ກັບ​ກະຊວງ​ຕຳຫລວດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ແບບ​ຢ່າງ​ດີ​ເດັ່ນ 65 ປີ​ຕຳຫລວດ​ປະຊາຊົນ​ຮຳ່​ຮຽນ ​ແລະ ປະຕິບັດ​ຕາມ​ຄຳ​ສັ່ງສອນ 6 ຂໍ້​ຂອງ​ປະທານ​ໂຮ່ຈິ​ມີນ. ​ໃນ 65 ປີຜ່ານມາ, ຂະ​ບວນການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ຄຳ​ສັ່ງສອນ 6 ຂໍ້​ຂອງ​ປະທານ​ໂຮ່ຈິ​ມີນ​ໄດ້​ກາຍ​ເປັນ​ຂະ​ບວນການ​ແຂ່ງຂັນ​ທີ່​ກວ້າງຂວາງ, ຍາມ​ໃດ​ກໍ​​ແມ່ນ​ເນື້ອ​ໃນ​ຈຸດ​ສຸມ​ຂອງ​ວຽກ​ງານ​ການ​ເມືອງ, ​ແນວ​ຄິດ​ໃນ​ກຳລັງ​ຕຳຫລວດ.

ຕອນ​ເຊົ້າ​ວັນ​ດຽວ​ກັນ, ສະມາຄົມ​ນັກ​ຂ່າວ​ຫວຽດນາມ ຈັດການ​ປະຊຸມ​ຂ່າວ​ແນະນຳ​ລາຍການ​ສິລະ​ປະ​ເພື່ອ​ສະ​ເຫລີ​ມສະຫລອງ​ວັນ​ດັ່ງກ່າວຊື່​ງຈະ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ວັນ​ທີ 8/6. ທ່ານ ​ເຈີ​ນຢາ​ທາຍ, ຮອງ​ປະທານ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ​ໃຫ້​ຮູ້​ວ່າ:

        “ລາຍການ​ສິລະ​ປະ​ນີ້​ລວມມີ 2 ພາກ. ທີ​ຫນຶ່ງ​ແມ່ນ​ຕອບ​ສະຫນອງ​ການສະ​ເຫລີ​ມສະຫລອງ​ວັນ​ປະທານ​ໂຮ່ຈິ​ມີ​ນຮຽກຮ້ອງ​ການ​ແຂ່ງຂັນ​ຮັກ​ຊາດ. ທີ​ສອງ ​ແມ່ນ​ສື່​ມວນ​ຊົນ​ປະຕິວັດ​ດ້ວຍ​ການ​ແຂ່ງຂັນ​ຮັກ​ຊາດ, ສື່​ມວນ​ຊົນ​ກັບ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ລຸງ​ໂຮ່ ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ປະ​ເທດ​ຊາດ ​ແລະ ຂອງປະຊາຊົນ.”

 

ຂ່າວ/ບົດ​ອື່ນ