ການເຄື່ອນໄຫວສະເຫລີມສະຫລອງ70ປີແຫ່ງວັນທະຫານເສຍອົງຄະແລະນັກຮົບເສຍສະຫລະຊີວິດເພື່ອຊາດ

(VOVWORLD) -ທ່ານປະທານປະເທດ ເຈີນດ້າຍກວາງ ຫາກໍ່ເຊັນຂໍ້ຕົກລົງກ່ຽວກັບການມອບຂອງຂວັນເນື່ອງໃນໂອກາດສະເຫລີມສະຫລອງ 70 ປີແຫ່ງວັນທະຫາຍເສຍອົງຄະ ນັກຮົບເສຍສະຫລະຊີວິດເພື່ອຊາດ (27/7/1947-27/7/2017)ໃຫ້ແກ່ເປົ້າໝາຍແມ່ນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.
ການເຄື່ອນໄຫວສະເຫລີມສະຫລອງ70ປີແຫ່ງວັນທະຫານເສຍອົງຄະແລະນັກຮົບເສຍສະຫລະຊີວິດເພື່ອຊາດ - ảnh 1 ພາບປະກອບ

ຕາມນັ້ນແລ້ວ, ບັນດາເປົ້າໝາຍໄດ້ຮັບຂອງຂວັນນັ້ນແມ່ນ ແມ່ຫວຽດນາມ ວິລະຊົນ ພວມໄດ້ຮັບເງິນອຸດຫນູນປະຈຳເດືອນ ແລະ ບັນດາສ່ວນບຸກຄົນໄດ້ຮັບຂໍ້ຕົກລົງ ຢັ້ງຢືນນາມມະຍົດແມ່ຫວຽດນາມ ວິລະຊົນ, ຍາດຕິພີ່ນ້ອງນັກຮົບເສຍສະຫລະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ເຄື່ອນໄຫວໃນໄລຍະຕໍ່ຕ້ານຖືກປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ທີ່ການປະຊຸມຂ່າວນັດສາມັນຂອງຄະນະພັກນະຄອນ ຮ່າໂນ້ຍ ໃນຕອນບ່າຍວັນທີ 18 ກໍລະກົດ, ພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: ທາງນະຄອນຂົນຂວາຍແຜ່ບໍລິຈາກເງິນໄດ້ເກືອບ 57 ຕື້ດົງເຂົ້າກອງທຶນຕອບບຸນແທນຄຸນ.

ຕອບກັບ

ຂ່າວ/ບົດ​ອື່ນ