ການເຄື່ອນໄຫວສະເຫລີມສະຫລອງ88ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

(VOVWORLD) -ວັນທີ 3 ກຸມພາ, ເນື່ອງໃນໂອກາດສະເຫລີມສະຫລອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ ແລະ ເຂົ້າຢ້ຽມສຸສານປະທານໂຮ່ຈິມີນ, ວາງພວງມາລາອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫລະຊີວິດເພື່ອຊາດຢູ່ອະນຸສາວາລີນັກຮົບເສຍສະຫລະຊີວິດເພື່ອຊາດ ຢູ່ ຖະຫນົນ ບັກເຊີນ ຮ່າໂນ້ຍ.
ການເຄື່ອນໄຫວສະເຫລີມສະຫລອງ88ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ - ảnh 1              ແຂວງແຄງຮ່ວາຈັດຕັ້ງການເຄື່ອນໄຫວສະເຫລີມສະຫລອງ 88 ປີແຫ່ງວັນສ້າງຕັ້ງ                          ພັກກອມມູນິດຫວຽດນາມ

ແລະໃນວັນດຽວກັນ, ການນຳບັນດາກະຊວງ, ຂະແຫນງການ, ອົງການຈັດຕັ້ງມະຫາຊົນສູນກາງ ພ້ອມກັບຄະນະຜູ້ແທນອົງການຈັດຕັ້ງອື່ນໃນນະຄອນຮ່າໂນ້ຍກໍ່ໄດ້ໄປວາງພວງມາລາ ແລະເຂົ້າຢ້ຽມສຸສານປະທານໂຮ່ຈິມີນ, ວາງພວງມາລາຢູ່ອະນຸສາວາລີນັກຮົບເສຍສະຫລະຊີວິດເພື່ອຊາດ.

ກ່ອນຫນ້ານັ້ນ ໃນວັນທີ 2 ກຸມພາ, ຄະນະພັກແຂວງ ແຄງຮວ່າ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະ 88 ປີແຫ່ງວັນສ້າງຕັ້ງອົງຄະນະພັກແຂວງ ແຄງຮວ່າ. ເມື່ອອ່ານສູນທອນພົດໃນພິທີສະເຫລີມສະຫລອງ, ທ່ານ ເລແທງກວາງ ເລຂາຄະນະພັກແຂວງ ໄດ້ເຕື້ອງເຖິງຫນ້າທີ່ຂອງພັກໃນໄລຍະປະຈຸບັນ, ກຳນົດທິດກໍ່ສ້າງພັກແມ່ນຫນ້າທີ່ຫລັກແຫລ່ງ, ອົງຄະນະພັກແຂວງແຄງຮ່ວາ ປະຕິບັດວຽກງານປັບປຸງພັກເປັນປະຈຳ, ຍົກສູງກຳລັງຄວາມສາມາດການຊີ້ນຳນຳພາ, ກຳລັງຕໍ່ສູ້ ຢ່າງບໍ່ຢຸດຢັ້ງ ເພື່ອແບກຫາບພາລະກຳປະຫວັດສາດອັນຍິ່ງໃຫຍ່ຂອງຕົນ.

ສ່ວນຢູ່ແຂວງ ບີງເຟືອກ, ເງ້ອານ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອສະເຫລີມສະຫລອງວັນສ້າງຕັ້ງພັກກອມມູນິດຫວຽດນາມ.

ຢູ່ນະຄອນຫລວງ ມົດສະກູ ປະເທດລັດເຊຍ ແລະ ອານເຊຣີ, ສະຖານທູດຫວຽດນາມ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວສະເຫລີມສະຫລອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ. ບັນດາຜູ້ແທນເຂົ້າຮ່ວມພິທີ ໄດ້ທົບທວນຄືນວິວັດການສ້າງຕັ້ງ, ກໍ່ສ້າງ ແລະ ການເຕີບໃຫຍ່ຂອງພັກກອມມູນິດຫວຽດນາມ ໃນ 88 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ