ການເຄື່ອນໄຫວສະເຫຼືອສະຫຼອງວັນສະຖາປະນາປະເທດຄົບຮອບ 68 ປີ

ການເຄື່ອນໄຫວສະເຫຼືອສະຫຼອງວັນສະຖາປະນາປະເທດຄົບຮອບ 68 ປີ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ
ເຈົ້າພາບ​ງານ​ລ້ຽງ​ຄະນະ​ທູຕານຸທູດ
(ພາບ: chinhphu.vn)


(vovworld) – ຕອນ​ຄຳ່​ວັນ​ທີ 30/8, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໄດ້​ເຂົ້າ​ຮ່ວມ ​ແລະ ​ເປັນ​ເຈົ້າພາບ​ງານ​ລ້ຽງ​ຄະນະ​ທູຕານຸທູດ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 68 ປີ ​ແຫ່ງ​ວັນຊາດ ສສ ຫວຽດນາມ (2/9/1945-2/9/2013). ​ເຂົ້າ​ຮ່ວມ​ງານ​ລ້ຽງ​ມີ​ບັນດາ​ຮອງ​ນາຍົກລັດຖະມົນຕີ, ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ. ສ່ວນ​ຄະນະ​ທູຕານຸທູດ​ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ເວ​ເນ​ຢູ​ເອລາ ປະຈຳ​ຫວຽດນາມ, ຜູ້​ຮັກສາ​ການ​ຄະນະ​ທູຕານຸທູດ, ບັນດາ​ທ່ານ​ເອກ​ອັກຄະ​ລັດຖະທູດ, ອຸປະ​ທູດ, ຜູ້ຕາງໜ້າ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນຢູ່​ຫວຽດນາມ. ກ່າວ​ຄວາມ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງຊີ້​ແຈ້ງວ່າ, ຫວຽດນາມ ຍາມ​ໃດ​ກໍ່​ຈົດ​ຈຳ​ການ​ສະໜັບສະໜູນ​ອັນ​ໃຫຍ່​ຫຼວງ, ການ​ຮ່ວມ​ມື​ອັນ​ລ້ຳ​ຄ່າ​ຂອງ​ລັດຖະບານ ​ແລະ ປະຊາຊົນ​ປະ​ເທດ​ຕ່າງໆ, ບັນດາ​ອົງການ​ຈັດ​ຕັ້ງສາກົນ ​ແລະ ​ເພື່ອນ​ມິດ​ຢູ່​ໃນ​ໂລກ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ດ້ວຍ​ການ​ຮ່ວມ​ມື, ໜູນ​ຊ່ວຍ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ບັນດາ​ປະ​ເທດ ​ແລະ ອົງ​ການ​ຕັດ​ຕັ້ງ​ສາກົນ, ຫວຽດນາມ​ພວມ​ມານະ​ພະຍາຍາມ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ມະຫາ​ພາກ, ຮັກສາ​ລະດັບ​ເຕີບ​ໂຕ, ຮັບປະກັນ​ຄວາມ​ໝັ້ນຄົງ, ສະຫວັດດີ​ການ​ສັງຄົມ. ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ສັງຄົມ. ຍາມ​ໃດ​ຫວຽດນາມ​ກໍ່​ມານະ​ພະຍາຍາມ​ໃນ​ບົດບາດ​ຂອງ​ປະ​ເທດ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ແລະ ຕັ້ງໜ້າຂອງ​ປະຊາ​ຄົມ​ພາກ​ພື້ນ ​ແລະ ສາກົນ

        “​ ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ກັບ ສປຊ, ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ ກໍ່​ຄື​ບັນດາ​ກົນ​ໄກ​ຮ່ວມ​ມື​ຫຼາຍ​ຝ່າຍ​ອື່ນໆ, ຍາມ​ໃດ​ຫວຽດນາມ​ກໍ່​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ພ້ອມ​ກັບ​ບັນດາ​ປະ​ເທດ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ສ້າງ ​ແລະ ປັບປຸງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ ​ເພື່ອ​ສະກັດ​ກັ້ນ​ການ​ປະ​ທະ​ກັນ. ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສ້າງ​ສະພາບ​ແວດ​ລ້ອມ​ພັດທະນາ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ໃນ​ທົ່ວ​ໂລກ

        ຕາງ​ໜ້າ​ຄະນະ​ທູຕານຸທູດ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເວ​ເນ​ຢູ​ເອລາ​ປະຈຳ​ຫວຽດນາມ Jorge Rondon Uzcategui, ​ຜູ້​ຮັກສາ​ການ​ຫົວໜ້າ​ຄະນະ​ທູຕານຸທູດ ເນັ້ນ​ໜັກ​ວ່າ, ປະຊາ​ຄົມ​ໂລກ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ປະສົບ​ຜົນສຳ​ເລັດ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ບັນລຸ​ໄດ້ຜົນ​ງານ​ຫຼາຍ​ກວ່າ​ໃນ​ຄາດໝາຍ​ພື້ນຖານ ​ແມ່ນ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ວັດທະນາ​ຖາວອນ​ໃນ​ປີ 2020; ສືບ​ຕໍ່​ປະກອບບົດບາດ​ທີ່​ສຳຄັນກວ່າ​ໃນ​ເວທີ​ສາກົນ; ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ເວທີ​ປາ​ໄສ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ.

        “ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ພື້ນຖານ​ໃຫ້​ໂລກ​ແຫ່ງ​ສັນຕິພາບ. ພວກ​ຂ້າພະ​ເຈົ້າ​ຢັ້ງຢືນ​ຈະສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ຫວຽດນາມ ​ເພາະວ່າພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ນັ້ນ​ແມ່ນ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ຈະ​ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​ໃນ​ການ​ພັດທະນາ ​ແລະ ສັນຕິພາບ​ຂອງ​ພາກ​ພື້ນ​ອາຊີ ​ແລະ ​ໂລກ​ເວົ້າ​ລວມ“.    

ແລະກໍ່ເນື່ອງໃນໂອກາດນີ້, ຕອນ​ຄຳ່​ວັນ​ທີ 30/8, ຢູ່​ນະຄອນຫຼວງ ວຽງ​ຈັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ​ໄດ້​ຈັດ​ງານ​ລ້ຽງ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນ​ສະ​ຖາປະນາປະ​ເທດ ສສ ຫວຽດນາມ ຢ່າງ​ສົມ​ກຽດ (2/9/1945 – 2/9/2013). ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຫງວຽນ​ແມ້ງ​ຮູ່ງ ຢືນຢັນ​ວ່າການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ​ເຊິ່ງປະທານ ​ໂຮ່ຈີ​ມິນ, ປະ​ທານ ​ໄກສອນ​ ພົມວິຫານ ​ແລະ ປະທານ ສຸພາ​ນຸວົງ ກໍ່​ຕັ້ງ ​ແລະ ການ​ນຳ​ລຸ່ນຕ່າງໆ ​ພ້ອມ​ກັບ ປະຊາຊົນ ​ເພີ່ມ​ພຸ​ນຄຸນ​ສ້າງ​ນັ້ນໄດ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ສືບ​ຕໍ່​ພັດທະນາ​ຢ່າງ​ໝັ້ນຄົງ​ໃນ​ທຸກ​ຂົງ​ເຂດ ​ໄດ້​ກາຍ​ເປັນ​ມໍລະດົກ​ວັດທະນະທຳ ຂອງທັງ 2 ປະ​ເທດ, ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ໝັ້ນຄົງ​ເພື່ອ​ໃຫ້ 2 ປະ​ເທດ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າ​ງໝັ້ນຄົງ.

    ສະຖານທູດ ຫວຽດນາມ ປະຈຳສະຫະພັນ ລັດ​ເຊຍ ​ກໍ່​ຈັດ​ຕັ້ງ​ງານ​ລ້ຽງ​ເນື່ອງ​ໃນ​ເຫດການ​ນີ້. ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳສະຫະພັນ​ລັດ​ເຊຍ ຟ້າ​ມຊວນ​ເຊີນ ພ້ອມ​ກັບ​ລັດຖະມົນຕີ, ຮອງ​ລັດຖະມົນຕີການ​ຕ່າງປະ​ເທດ ລັດ​ເຊຍ Karasin ​ໄດ້​ທົບ​ທວນຄືນ​ບັນດາ​ບາດກ້າວ​ພັດທະນາ​ໃໝ່ ​ແລະ ຈົບງາມ​ໃນ​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​​ໃນ​ໄລຍະ​ຜ່ານ​ມາ. 2 ຝ່າຍ​ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດນາມ - ສະຫະພັນ ລັດ​ເຊຍ ຂຶ້ນ​ສູ່​ລະ​ກັບ​ສູງ​ໃໝ່.

    ກ່ອນ​ໜ້າ​ນັ້ນ, ຕອນ​ຄຳ່​ວັນ​ທີ 29/8, ຢູ່​ນະຄອນຫຼວງ New Delhi ​ແລະ ນະຄອນຫຼວງ Buenos Aires ຂອງ ອັງ​ຊັງ​ຕິງ, ສະຖານທູດ ຫວຽດນາມ ປະຈຳ ອິນ​ເດຍ ​ແລະ ອັງ​ຊັງ​ຕິງ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງວັນ​ການ​ປະຕິວັດ​ເດືອນ 8 ​ແລະ ວັນຊາດ 2/9.


ຂ່າວ/ບົດ​ອື່ນ