ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ເຂົ້າຮ່ວມພີທີ “ໄຕ້ທຽນ, ປ່ອຍໂຄມໄຟສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ” ແລະ ເຂົ້າຮ່ວມລາຍການສະແດງສິລະປະ “ເດີນຕາມການເຄື່ອນທັບ - ຄວາມມຸ່ງມາດປາດຖະໜາຂອງປະເທດຊາດ”.

ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ - ảnh 1 (ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ)

ຕອນຄ່ຳວັນທີ 26 ກໍລະກົດ, ຢູ່ກຳແພງເກົ່າ ກວາງຈິ, ແຂວງ ກວາງຈີ້, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ເຂົ້າຮ່ວມພີທີ “ໄຕ້ທຽນ, ປ່ອຍໂຄມໄຟສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ” ແລະ ເຂົ້າຮ່ວມລາຍການສະແດງສິລະປະ “ເດີນຕາມການເຄື່ອນທັບ - ຄວາມມຸ່ງມາດປາດຖະໜາຂອງປະເທດຊາດ”. ຢູ່ທີ່ນີ້, ທ່ານຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ພ້ອມກັບການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ, ແຂວງ ກວາງຈິ, ບັນດານັກຮົບເກົ່າ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ໃນແຂວງ ໄດ້ຖະຫວາຍທູບທຽນ, ດອກໄມ້ຢູ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ບໍລິເວນກຳແພງເກົ່າ ກວາງຈິ; ໄຕ້ທຽນ, ປ່ອຍໂຄມໄຟ, ດອກໄມ້ລົງແມ່ນ້ຳ ແທັກຮານ ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ.

        ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ 3 ແຍກ ດົ່ງລົກ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 73 ປີແຫ່ວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2020), 52 ປີແຫ່ງວັນໄຊຊະນະ ດົ່ງລົກ ແລະ ລາຍການສະແດງສິລະປະພິເສດ “ດົ່ງລົກ ແຫ່ງເທບນິຍາຍ”. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ ຄວນເພີ່ມທະວີວຽກງານກ່ຽວກັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດກວ່າອີກ.

        ຕອນຄ່ຳວັນທີ 26 ກໍລະກົດ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫຍົ໋ນ, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫ້ວ ແລະ ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ດຳເນີນພິທີໄຕ້ທຽນສະແດງຄວາມຮູ້ບຸນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ເນື່ອງໃນໂອກາດນີ້, ທ່ານ ເວືອງດິ່ງເຫ້ວ ໄດ້ມອບດອກໄມ້ ແລະ ຂອງຂວັນ 31 ພູດໃຫ້ບັນດາແມ່ຫວຽດນາມ ວິລະຊົນ, ທະຫານເຈັບປ່ວຍ, ທະຫານເສຍອົງຄະ ແລະ ບັນດາຄອບຄົວເປົ້າໝາຍນະໂຍບາຍ.

        ຕອນບ່າຍວັນທີ 26 ກໍລະກົດ, ຢູ່ຕາແຂວງ ອານຮົ່ງ, ເມືອງ ອານເຢືອງ, ນະຄອນຫາຍຟ່ອງ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ວິທະຍຸກະຈາຍສຽງຫວຽດນາມ ໄດ້ສົມທົບກັບບັນດາກົມກອງ ແລະ ກອງພັນນ້ອຍ 131 ກອງທັບເຮືອ ຈັດລາຍການ “ສະແດງຄວາມຮູ້ບຸນຄຸນເດືອນກໍລະກົດ- ນ້ຳໃຈເຂດທະເລ, ໝູ່ເກາະປະເທດຊາດ”. ກ່າວຄຳເຫັນທີ່ລາຍການ, ທ່ານ ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ VOV, ຢືນຢັນວ່າ.

        “ກຳລັງໄວໜຸ່ມ VOV ເວົ້າສະເພາະ ແລະ ໄວໜຸ່ມໃນທົ່ວປະເທດເວົ້າລວມໄດ້ຮັບຟັງຄຳເລົ່າຂານຈາກບັນດານັກຮົບວິລະຊົນລຸ້ນກ່ອນໆ ກໍ່ມີຄວາມເຂົ້າໃຈກ່ຽວກັບການເສຍສະຫຼະຊີວິດອັນໃຫຍ່ຫຼວງຂອງຄົນລຸ້ນກ່ອນໆ. ບັນດາໄວໜຸ່ມໃນປະຈຸບັນ ກໍຄືພວກເຮົາ ບໍ່ອາດລົງລືມຄວາມເຈັບປວດ, ຄວາມສູນເສຍໃນສົງຄາມໄດ້ ແລະ ແນ່ນອນວ່າ, ພວກເພື່ອນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນສ້າງສາປະເທດຊາດໃນໄລຍະປະຈຸບັນ”.

ຕອບກັບ

ຂ່າວ/ບົດ​ອື່ນ