ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນນັກວິລະຊົນເສຍສະຫຼະຊີວິດເພື່ອຊາດຫວຽດນາມ-ລາວ

ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນນັກວິລະຊົນເສຍສະຫຼະຊີວິດເພື່ອຊາດຫວຽດນາມ-ລາວ - ảnh 1

​ການ​ເຄື່ອນ​ໄຫວ​ສະ​ແດງ​ຄວາມ​ຮູ້​ບຸນ​​ຄຸນ​ນັກ​ວິລະ​ຊົນ​
ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຫວຽດນາມ-​ລາວ


(vovworld) - ​ຕອນ​ເຊົ້າ​ວັນ​ທີ 26/7, ຜູ້ຕາງໜ້າ​ບັນດາ​ພະນັກ​ງານ, ພາລະ​ກອນ​ສະຖານທູດ ຫວຽດນາມ ປະຈຳ​ ລາວ, ອົງການ​ທູດ​ທະຫານ, ສະມາຄົມ​ນັກຮົບ​ເກົ່າ ລາວ, ບັນດາ​ອົງການ, ວິ​ສາ​ຫະກິດ ຫວຽດນາມ - ລາວ ພ້ອມກັບ​ພີ່ນ້ອງ​ຊາວ ຫວຽດນາມ ອາ​​ໃສ​ຢູ່​ລາວ ​ໄດ້​ມາ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ນັກ​ວິລະ​ຊົນ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່ ປູ​ຊະນີ​ຍະຖາ​ນສຳພັນ​ທະ​ມິດສູ້​ຮົມ ລາວ - ຫວຽດນາມ ຢູ່ ບ້ານ​ເກີນ, ​ເມືອງ​ທຸລະ​ຄົນ, ນະຄອນຫລວງ ວຽງ​ຈັນ, ລາວ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 68 ປີ ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ດຳ​ເນີນ​ຢູ່​ນະຄອນຫລວງ ວຽງ​ຈັນ ກໍ່​ຄື​ບັນດາ​ແຂວງ​ໃນ​ທົ່ວ​ປະ​ເທດ ລາວ. ທີ່​ພິທີ​ອາ​ໄລ​ຫາ,​ ທ່ານ​ພົນ​ຈັດຕະວາ ສົມພອນ ​ແກ້ວ​ມີ​ໄຊ, ປະທານ​ສະມາ​ຄົມ​ນັກຮົບ​ເກົ່າ ລາວ, ​ໃຫ້​ຮູ້​ວ່າ: ປີ 1945 – 1946 ຢູ່​ທີ່​ນີ້ ​ແມ່ນ​ສະໜາມຮົບ​ທີ່​​ດຸ​ເດືອດ​​ໃນ​ການຕ້ານ​ລ່າ​ເມືອງ​ຂຶ້ນ ຝຼັ່ງ, ກອງທັບ ລາວ ​ແລະ ທະຫານ​ອາສາ​ສະ​ໜັກ ຫວຽດນາມ ​ໄດ້​ຕໍ່ສູ້​ຢ່າງ​ພິລາ​ອາດ​ຫານ​ເພື່ອ​ກີດຂວາງ​ບາດ​ກ້າວ​​ເດີນຂອງ​ທະຫານ ຝຼັ່ງ ທີ່​ບຸກ​ໂຈມຕີ​ເຂົ້າ ວຽງ​ຈັນ:

        “ພວກ​ຂ້າພະ​ເຈົ້າ​ສະ​ແດງ​ຄວາ​ມຮູ້​ບຸນຄຸນ​ຢ່າງ​ສຸດ​ໃຈ​ບັນດາ​ນັກ​ວິລະ​ຊົນ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ຫວຽດນາມ ​ແລະ ລາວ ​ໄດ້​ຕໍ່ສູ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ພວກ​ຂ້າພະ​ເຈົ້າ​ຈະ​ສຶກສາ​ອົບຮົມບັນດາ​ລຸ່ນໜຸ່ມ​ເພື່ອ​ສືບ​ຕໍ່​ແຜ່​ການ​ປະຕິ​ວັດ​ນີ້ ກໍຄື​ນ້ຳ​ໃຈ​ສາມັກຄີ​ພັນທະ​ມິດ​ຕໍ່ສູ້ ຫວຽດນາມ - ລາວ”.

        ທີ່ປູ​ຊະນີ​ຍະຖາ​ນສຳພັນ​ທະ​ມິດສູ້​ຮົບ ລາວ - ຫວຽດນາມ ຢູ່​ບ້ານ​ເກີນ​ມີນັກຮົບ​ ລາວ - ຫວຽ​ດນາມ 28 ຄົນ ​ທີ່​ເສຍສະຫຼະ​ພິລະ​ອາດ​ຫານ, ​ໃນ​ນັ້ນມີ​ນັກ​ຮົມ ລາວ ອິດ​ສະລະ 2 ຄົນ, ນັກຮົບປົກ​ປ່ອຍ​ຊາດ​ຊຶ່ງ​ແມ່ນຊາວ​ ຫວຽດນາມ ທີ່​ອາ​​ໃສຢູ່​ລາວ 26 ຄົນ.

 


ຂ່າວ/ບົດ​ອື່ນ