ການເຄື່ອນໄຫວຫລາຍຢ່າງຕ້ອນຮັບປີໃຫມ່ຂອງຊາວຫວຽດນາມຢູ່ພາຍໃນແລະຕ່າງປະເທດ

(vovworld)-  ​ໂດຍ​ເຊື່ອມ​ຕົວ​ເຂົ້າກັບ​ບັນຍາກາດ​ຕ້ອນຮັບ​ປີ​ໃຫມ່ 2014 ຢູ່​ພາຍ​ໃນ​ປະ​ເທດ, ຕອນ​ຄຳ່​ວັນ​ທີ 1/1 ຢູ່ ສະຫນາມ​ຫລວງ​ສູນວັດທະນະທຳ​ກອງ​ປະ​ຊຸມ​ແຂວງ ດ້ຽນບຽນ ​ໄດ້​ດຳ​ເນີນ​ງານ​ພົບປະແລ​ກ່ປຽນ​ສະ​ແດງ​ສິລະ​ປະດ້ວຍ​ຫົວ​ຂໍ້“ດ້ຽນບຽນ​ລະດູບານ​ໃຫມ່”. ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຕ້ອນຮັບ​ເຫດການ​ສຳຄັນ​ຍິ່ງ​ໃນ​ປີ 2014 ນັ້ນ​ແມ່ນ: ​ແຂວງ ດ້ຽນບຽນ ຈະ​ສະ​ເຫລີ​ມສະຫລອງ 60 ປີ​ແຫ່ງ​ວັນໄຊຊະນະປະຫວັດສາດ ດ້ຽນບຽນ​ຝູ (7/5/1954-7/5/2014). ທີ່​ແຂວງ ກວ໋າງຫງາຍ, ຕອນ​ຄຳ່​ວັນ​ທີ 1/1,ພະ​ແນ​ກວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ ກວ໋າງຫງາຍ ຈັດ​ຕັ້ງ​ລາຍການ“ບ້ານ​ເກີດ​ເມືອ​ງນອນ-​ຝືກຝົນ​ຫລໍ່​ຫລອມສະຕິ​ປັນຍາ​ຄວາ​ມ​ເກັ່ງ​ກ້າ​ສາມາດ” ​ເພື່ອ​ສ້າງກອງ​ທຶນ​ສົ່ງ​ເສີມ​ການ​ຮຽນ, ຊ່ວຍ​ເຫລືອນັກຮຽນ, ນັກ​ສຶກສາ​ທີ່​ປະສົບກັບ​ຄວາມ​ຫຍຸ້ງຍາກ​ ຢູ່ບັນດາ​ແຂວງ​ພາກ​ກາງ ​ແລະ ມອບ​ຂອງຂວັນ​ຊ່ວຍ​ເຫລືອ​ປະຊາຊົນ​ທີ່​ຖືກ​ຜົນ​ເສຍ​ຫາຍ​ຢ່າງ​ຫນັກຫນ່ວງ​ຈາກ​​ໄພ​ນຳ້​ຖ້ວມ​ເມື່ອ​ເດືອນ 11/2013 ຜ່ານ​ມາ.

ການເຄື່ອນໄຫວຫລາຍຢ່າງຕ້ອນຮັບປີໃຫມ່ຂອງຊາວຫວຽດນາມຢູ່ພາຍໃນແລະຕ່າງປະເທດ - ảnh 1
ຊາວ​ພຸດຫວຽດນາມ ຢູ່ຍີ່ປຸ່ນຈັດ​ຕັ້ງ​ພິທີ​ພາວະນາ​ຄວາມ​ຢູ່​ເຢັນ​ເປັນ​ສຸກ

ສ່ວນ​ຢູ່ ຍີ່​ປຸ່່ນ, ສະມາຄົມ​ຊາວ​ພຸດ​ຫວຽດນາມ ຢູ່ ຍີ່​ປຸ່ນ ​ໄດ້​ຈັດ​ຕັ້ງ​ພິທີ​ພາວະນາ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​​ໃນ​ໂອກາດ​ປີ​ໃຫມ່​ຢູ່​ວັດ Nisshin Kutu ນະຄອນຫລວງ ​ໂຕ​ກຽວ. ມີ​ ຊາວ​ພຸດຫວຽດນາມ ປະມານ 100 ຄົນ​ດຳລົງ​ຊີ​ວິດຢູ່​ຍີ່​ປຸ່ນ​ໄດ້​ເຂົ້າຮ່ວມ.  ທູ​ຮົ່ງ, ນັກ​ສຶກສາ​ຫວຽດນາມ ຢູ່​ຍີ່​ປຸ່ນ ​ໃຫ້​ຮູ້​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ຄືພິທີ​ ພາວະນາ​ຄວາມ​ຢູ່​ເຢັນ​ເປັນ​ສຸກຍາມ​ຕົ້ນ​ປີ​ໃຫມ່​ໄດ້​ກາຍ​ເປັນ​ສິ່ງ​ສຳຄັນ​ໃນ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຫລາຍ​ຄົນ. ​ໃນ​ໂອ​ກາດ​ນີ້ ບັນດາ​ນັກຮຽນ​ຫວຽດນາມ​ຢູ່​ຕ່າງປະ​ເທດກໍ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ຕ້ອນຮັບປີ​ໃຫມ່.

        “ພວກ​ນ້ອງ​ເຄີ​ຍ​ເຕົ້າ​ໂຮມ​ໝູ່​ເພື່ອນ ພ້ອມ​ກັນປຸງ​ແຕ່ງອາຫານ​ຫວຽດນາມ ​ເພື່ອພະຍາຍາມ​ວາດ​ພາບ​ເຖິງ​ບັນຍາກາດ​ລະດູ​ບານ​ໃຫມ່​ຢູ່​ບ້ານ​ເກີດ​​ເມືອງ​ນອນ. ພວກນ້ອງ​ກໍ​ຮັບ​ຊົມ​ບັນດາ​ຮູບ​ພາບ​ກ່ຽວ​ກັບ​ບັນຍາກາດ​ຕ້ອນຮັບ​ປີ​ໃຫມ່​ຢູ່​ຫວຽດນາມ ​ເປັນ​ປະຈຳ.”

ຂ່າວ/ບົດ​ອື່ນ