ການເຄື່ອນໄຫວຫລາຍຢ່າງທີ່ສັບປະດາວັດທະນະທຳທ່ອງທ່ຽວ ກາວບັ່ງ ປີ 2019

(VOVWORLD) -ໃນຂອບເຂດສັບປະດາວັດທະນະທຳ ທ່ອງທ່ຽວ ກາວບັ່ງ ປີ 2019, ຕອນຄ່ຳວັນທີ 5 ຕຸລາ ຢູ່ເຂດທ່ອງທ່ຽວ ນ້ຳຕົກຕາດ ບ໋ານຢົກ, ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ກາວບັ່ງ ໄດ້ສົມທົບກັບຄະນະກຳມະການປະຊາຊົນ ເມືອງ ຈູ່ງແຄງ ແຂວງ ກາວບັ່ງ ຈັດຕັ້ງພິທີໄຂງານບຸນທ່ອງທ່ຽວນ້ຳຕົກຕາດ ບ໋ານຢົກ.

ການເຄື່ອນໄຫວຫລາຍຢ່າງທີ່ສັບປະດາວັດທະນະທຳທ່ອງທ່ຽວ ກາວບັ່ງ ປີ 2019 - ảnh 1 ພາບປະກອບ (ຈາກ So VHTTDL Cao Bang)

ຈຸດເດັ່ນໃນງານບຸນດັ່ງກ່າວແມ່ນງານບຸນໄຟແສງສີ ນ້ຳຕົກຕາດ ບ໋ານຢົກ. ງານບຸນນີ້ ໄດ້ແນະນຳ, ໂຄສະນາພາບພົດບ້ານເກີດເມືອງນອນ, ເຂດດິນແດນ ກາວບັ່ງ ເວົ້າລວມ ພິເສດແມ່ນແນະນຳ, ໂຄສະນາທັດສະນີຍະພາບແຫ່ງຊາດ ນ້ຳຕົກຕາດ ບ໋ານຢົກ ກໍ່ຄືຈຸດວັດທະນະທຳເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າຢູ່ແຂວງ ກາວບັ່ງ ເຖິງເພື່ອນມິດ, ແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.

ໃນ 2 ມື້ດຳເນີນງານບຸນ ມີການເຄື່ອນໄຫວຫລາຍຢ່າງຄື: ວາງສະແດງພາບ, ການລະຫລິ້ນພື້ເມືອງ, ຊ່ວງເຮືອ Kayak, ຂັບແທນ…ບັນດານັກສິລະປະການຂອງ 13 ເມືອງ, ນະຄອນ ໄດ້ນຳມາໃຫ້ງານບຸນລາຍການສິລະປະເປັນເອກະລັກສະເພາະ ເຕັມໄປດ້ວຍສີສັນຊົນເຜົ່າ ໄຕ, ນຸ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ