ການເຄື່ອນໄຫວຫລາຍຢ່າງສະເຫຼີມສະຫຼອງ69ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ

ການເຄື່ອນໄຫວຫລາຍຢ່າງສະເຫຼີມສະຫຼອງ69ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1
(ພາບປະກອບ)

(vovworld) – ​ ​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 69 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ - ນັກຮົບ​ເສຍສະຫຼະ​ຊີວິດ​​ເພື່ອ​ຊາດ (27/07/1947 – 27/07/2016). ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງ​ຄົມ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆຈັດ​ຕັ້ງ​ການ​ເຄື່ອ​ນ ໄຫວ​ຕອບ​ບຸນ​ແທນ​ຄຸນຫລາຍ​ຢ່າງ, ສະ​ແດງຄວາມ​ຮູ້​ບຸນ​ຄຸນ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ສຳລັບ​ຜູ້​ມີຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ. ຕາມ​ນັ້ນ​ແລ້ວ ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ຍ້ອງຍໍ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການປະຕິວັດທີ່ດີ​ເດັ່ນ​ທົ່ວ​ໂລກ​ປີ 2016 ​ໃນ​ວັນ​ທີ 23/07/2016, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 299 ທ່ານ​​ ເຊິ່ງ​ແມ່ນທະຫານ​ເສຍ​ອົງ​ຄະ, ຍາດຕິ​ພີ່ນ້ອງ​ຂອງ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ຜູ້​ມີ​ຄຸນງາມຄວາມດີ ທີ່ດີ​ເດັ່ນຕາງໜ້າ​ໃຫ້​ຜູ້​ມີ​ຄຸນງາມຄວາມດີ​ໃນ​ທົ່ວ​ປະ​ເທດ​ນັບ​ລ້ານ​ຄົນ. ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຈັດ​ຕັ້ງ​ການ​ຢ້ຽ​ມຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ໃຫ້​ເປົ້າ​ໝາຍ​ນະ​ໂຍບາຍ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ; ​ໄຫ​ວ້ອາ​ໄລຢູ່​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ; ພົບ​ປະ​ສັງ​ສັນ​ຍ້ອງຍໍ​ຜູ້​ມີ​ຄຸນງາມຄວາມດີ ​ແລະ ບັນ​ດາຫົວໜ່ວຍ​ປະຕິບັດ​ຂະ​ບວນການ “ຕອບ​ບຸນ​ແທນ​ຄຸນ” ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ