ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ

ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ - ảnh 1
ພົນ​ເອກ ຟຸ່ງກວາງ​ແທງ, ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​​ປ້ອງ​ກັນ
ປະ​ເທດ​ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ
ພາບ:qdnd.vn

(vovworld)-​ ມີ​ຮູບ​ພາບ, ເອ​ກະ​ສານ ແລະ ວັດ​ຖຸ​ພັນ​ກວ່າ 300 ຢ່າງ ​ທີ່​ແນະ​ນຳໂດຍ​ສັງ​ເຂບ​ໄລ​ຍະ​ 70 ປີ​ແຫ່ງ​ການກໍ່​ສ້າງ, ສູ້​ຮົບ ແລະ ເຕີບ​ໃຫຍ່​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ​ທີ່​ງານ​ວາງ​ສະ​ແດງ​ຫົວ​ເລື່ອງ​ສະ​ເພາະ “ກອງ​ທັບ​ວິ​ລະ​ຊົນ-ມູນ​ເຊື້ອ​ອັນ​ສະ​ຫງ່າ​ລາ​ສີ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 16/12 ຢູ່ ຫໍ​ພິ​ພິດ​ທະ​ພັນ​ປະ​ຫວັດ​ສາດ​ການ​ທະ​ຫານ ທີ່​ເຮືອນເລກ​ທີ 28 A ຖະ​ຫນົນ ດ້ຽນ​ບຽນ​ຝູ ຮ່າ​ໂນ້ຍ. ງານ​ວາງ​ສະ​ແດງ​ລວມ​ມີ 4 ພາກ​: “ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ, ປະ​ທານ​ໂຮ່​ຈິ​ມີນ ກັບ​ກອງ​ທັບ”, “ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ພ້ອມ​ກັບ​ທົ່ວ​ປວງ​ຊົນ​ຕໍ່​ຕ​້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ ຮຸກ​ຮານ 1945-1954”, “ກອງ​ທັ​ບ​ປະ​ຊາ​ຊົນ​ຫວຽດ​ນາມ ໃນ​ການ​ຕໍ່​ຕ​້ານ​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ 1954-1975” ແລະ “ກ​ອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ - 1975-2014”.

ຕອນ​ຄ່ຳ​ວັນ​ດຽວ​ກັນ ຢູ່ ​ນະ​ຄອນ​ຫລວງ New Delhi ປະ​ເທດ ອິນ​ເດຍ, ສະ​ຖານ​ທູດ ແລະ ທູດ​ທະ​ຫານ​ຫວຽດ​ນາມ ປະ​ຈຳ​ອິນ​ເດຍ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ຢ່າງ​ສົມ​ກຽດ. ພົນ​ຈັດ​ຕະ​ວາ RB. Pandi, ຮອງ​ຜູ້​ບັນ​ຊາ​ການ​ທະ​ຫານ​ເຮືອ​ ອິນ​ເດຍ ພ້ອມ​ກັບ​ບັນ​ດາ​ເຈົ້າ​ຫນ້າ​ທີ່​ການ​ທະ​ຫານ,ພະ​ນັກ​ງານ​ທູ​ຕາ​ນຸ​ທູ​ດ, ຜູ້​ຕາງ​ຫນ້າ​ທູດ​ທະ​ຫານ​ບັນ​ດາ​ປະ​ເທດ​ປະ​ຈຳ New Delhi ມາ​ເຂົ້າ​ຮ່ວມ ແລະ ​ອວຍ​ພອນພິ​ທີ​ສຳ​ຄັນ​ຍິ່ງ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ