ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງວັນຄູຫວຽດນາມ20/11

 ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງວັນຄູຫວຽດນາມ20/11 - ảnh 1
ວັນ​ຄູ​ຫວຽດ​ນາມ 20/11

(vovworld)-​ ​ ວັນ​ທີ 18/11, ຫລາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງວັນ​ຄູ​ຫວຽດ​ນາມ(20/11) ແລະ ເຊີດ​ຊູ, ຍ້ອງ​ຍໍ​ສ່ວນ​ບຸກ​ຄົນ, ໝູ່​ຄະ​ນະ​ດີ​ເດັ່ນ​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ​ສົກ​ປີ 2013-2014. ທີ່​ນະ​ຄອນ ດາ​ຫນັງ, ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ໄດ້​ມອບ​ທຸງ​ແຂ່ງ​ຂັນ​ດີ​ເດັ່ນ​ໃຫ້​ແກ່​ 1 ໝູ່​ຄະ​ນະ; ໃບ​ຍ້ອງ​ຍໍ​ໃຫ້​ແກ່ 15 ໝູ່​ຄະ​ນະ ແລະ ຄູ​ສອນ 24 ຄົນ ທີ່​ໄດ້​ສຳ​ເລັດ​ຫນ້າ​ທີ່​ໃນສົກ​ຮຽນ ແລະ ມອບ​ຫລຽນ​ກາ​ທີ່​ລະ​ນຶກ​ “ເພື່ອ​ພາ​ລະ​ກິດ​ການ​ສຶກ​ສາ” ໃຫ້​ແກ່ ຄູ​ສອນ 225 ຄົນ ແລະ ບັນ​ດາ​ສ່ວນ​ບຸກ​ຄົນ. ສ່ວນ​ຢູ່ ນະ​ຄອນ ເຫົ້າ​ຢາງ ກໍ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ຫລຸບ 3 ປີ​ແຫ່ງ​ການ​ປະ​ຕິ​ບັດ​ບັ້ນ​ຂົນ​ຂວາຍ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມີນ. ພະ​ແນກ​ການ​ສຶກ​ສາ ແລະ ບຳລ​ຸງ​ສ້າງ​ແຂວງ ໄຕ​ນີງ ໄດ້​ມອບ​ນາມ​ມະ​ຍົດ “ນາຍ​ຄູ​ດີ​ເດັ່ນ” ໃຫ້​ແກ່​ຄູ​ສອນ 8 ຄົນ ທີ່​ໄດ້​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ວຽກ​ງານ​ການ​ສິດ​ສອນ.

 

 

 

 

 

ຂ່າວ/ບົດ​ອື່ນ