ການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດວັນມູນເຊື້ອນັກຮຽນ, ນັກສຶກສາຫວຽດນາມ

(VOVWORLD) -ຕອນຄ່ຳວັນທີ 9 ມັງກອນ ຄະນະຊາວຫນຸ່ມນະຄອນ ໂຮ່ຈິມີນ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 68 ປີແຫ່ງວັນມູນເຊື້ອນັກຮຽນ ນັກສຶກສາ ຫວຽດນາມ (9/1/1950-9/1/2018) ແລະ ມອບນາມມະຍົດ “ນັກຮຽນ 3 ຕັ້ງຫນ້າ” ແລະ “ນັກສຶກສາ 5 ດີ” ປີ 2017. 
ການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດວັນມູນເຊື້ອນັກຮຽນ, ນັກສຶກສາຫວຽດນາມ - ảnh 1 ບັນດານັກຮຽນ ນັກສຶກສາ ໄດ້ຮັບນາມມະຍົດ

ມີນັກຮຽນ 113 ຄົນໄດ້ຮັບນາມມະຍົດ “ນັກຮຽນ 3 ຕັ້ງຫນ້າ” ແລະ ມີນັກສຶກສາ 102 ຄົນ ໄດ້ຮັບນາມມະຍົດ “ນັກສຶກສາ 5 ດີ” ພ້ອມກັບ 2 ໝູ່ຄະນະໄດ້ຮັບນາມມະຍົດ “ໝູ່ຄະນະ 5 ດີ”. ນ້ອງ ເຈີນທິຢ້ຽວແຫ້ງ, ນັກສຶກສາມະຫາວິທະຍາໄລເຕັກໂນໂລຊີນະຄອນ ໂຮ່ຈິມີນ ຜູ້ໄດ້ຮັບນາມມະຍົດນັກສຶກສາ 5 ດີ ໃຫ້ຮູ້ວ່າ:

        “ນີ້ແມ່ນນາມມະຍົດອັນສູງສົ່ງຂອງນັກສຶກສາ. ນ້ອງຮູ້ສຶກດີໃຈຫລາຍ ແລະ ຖືວ່າບັນດານາມມະຍົດໄດ້ຮັບໃນມື້ນີ້ແມ່ນກຳລັງຫນູນ ເພື່ອພະຍາຍາມຍາດໄດ້ບັນດາຜົນງານທີ່ໃຫຍ່ຫລວງກວ່າໃນໄລຍະຈະມາເຖິງ, ສືບຕໍ່ພາລະກິດໃນອະນາຄົດ.”

        ໃນວັນດຽວກັນ, ຢູ່ ແຂວງ ກວ໋າງນາມ ແລະ ແຂວງ ຫວີງ ລອງ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອສະເຫລີມສະຫລອງ 68 ປີແຫ່ງວັນມູນເຊື້ອນັກຮຽນ ນັກສຶກສາ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ