ການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດສະເຫລີມສະຫລອງວັນແມ່ຍິງສາກົນ8/3

ການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດສະເຫລີມສະຫລອງວັນແມ່ຍິງສາກົນ8/3 - ảnh 1
ພາບ​ປະ​ກອບ:vietnamplus.vn
(vovworld)- ເນື່ອ​ງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 106 ປີ​ແຫ່ງວັນ​ແມ່​ຍິງ​ສາ​ກົນ 8/3, 1976 ປີ ການ​ລຸກ​ຮື້​ຂຶ້ນ ຮາຍ​ບ່າ​ຈືງ( 2 ພະ​ນາງ​ຈຶງ​ຄື: ຈືງ​ຈັກ ແລະ ຈືງຍີ້) ແລະ 30 ປີ​ແຫ່ງ​ວັນມອບ​ລາງວັນ Kovalevskaia, ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ​ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຫລາຍ​ຢ່າງ​ໃນ​ເດືອນ 3/2016. ພິ​ທີ​ສະ​ເຫລີມ​ສ​ະ​ຫລອງ 30 ປີ​ແຫ່ງ​ວັ​ນມອບ​ລາງວັນ Kovalevskaia  ແລະ ມອບ​ລາງວັນ Kovalevskaia ປີ 2015 ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 6/3 ເພື່ອ​ຍ້ອງ​ຍໍ​ສັນ​ລະ​ເສີນ, ເຊີດ​ຊູ, ລະ​ດົມ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຍິງ ທ​ີ່​ໄດ້​ສູ້​ຊົນ, ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ. ວັນ​ທີ 7/3, ຫໍ​ພິ​ພິດ​ທະ​ພັນ​ແມ່​ຍິງ ຫວຽດ​ນາມ ຈະ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ “ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ- ເລື່ອງ​ລາວ​ຂອງ​ແມ່​ຍິງ”. ນອກນັ້ນ ຍັງ​ມີ​ການ​ເຄື່ອນ​ໄຫວ​ອື່ນໆ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ເດືອນ 3/2016 ທັງ​ຢູ່​ຮ່າ​ໂນ້ຍ ແລະ ນະ​ຄອນ ໂຮ່​ຈິ​ມີນ.

 

ຂ່າວ/ບົດ​ອື່ນ