ການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດເດືອນຊາວຫນຸ່ມຮັບປະກັນປະສິດທິຜົນ,ມີລັກສະນະສຶກສາສູງ

ການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດເດືອນຊາວຫນຸ່ມຮັບປະກັນປະສິດທິຜົນ,ມີລັກສະນະສຶກສາສູງ - ảnh 1
​ຊາວ​ຫນຸ່ມ​ໃນ​ກະ​ຊວງ​ຕຳ​ຫລວດ​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກ
ພາບ:tuoitrethudo

(vovworld)- ວັນ​ທີ 28/2 ຢູ່ ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ຄະ​ນະ​ຊາວ​ຫນຸ່ມ ກະ​ຊວງ​ຕຳ​ຫລວດ ໄດ້​ຈັດ​ຕັ້ງ​ພິ​ທີ​ເລີ່ມ​ຕົ້ນ​ເດືອນ​ຊາວ​ຫນຸ່ມ​ປີ 2017 ແລະ ກອງ​ປະ​ຊຸມ​ຊາບ​ຊືມ​ວຽກ​ງານ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ຊາວ​ຫນຸ່ມ​ທຸກ​ຂັ້ນ​ຂອງ​ກະ​ຊວງ​ຕຳ​ຫລວດ ແລະ ການ​ເຄື່ອນ​ໄຫວ​ບໍ​ລິ​ຈາກ​ເລ​ືອດ​ອາ​ສາ​ສະ​ໝັກ ເພື່ອ​ຜູ້​ຮ່ວມ​ກົມ​ກອງ.

ຕອ​ນ​ຄ່ຳ​ວັນ​ດຽວ​ກັນ, ຢູ່​ເມືອງ ຈີ​ໂຕນ ແຂວງ ອານ​ຢາງ, ກົມ​ວຽກ​ງານການ​ເມືອງ​ທະ​ຫານ​ເຂດ 9 ໄດ້​ສົມ​ທົບ​ກັບ​ຄະ​ນະ​ຊາວ​ຫນຸ່ມ​ແຂວງ ອານ​ຢາງ ຈັດ​ຕັ້ງ​ງານບຸນ​ຕັ້ງ​ຄ້າຍ “ໄວ​ຫນຸ່ມ​ທະ​ຫານ​ເຂດ 9 ກັບ​ລະ​ດູ​ບານ​ໃຫມ່​ເຂດ​ຊາ​ຍ​ແດນ” ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ພະ​ນັກ​ງານ, ຊາວ​ຫນຸ່ມ​ກຳ​ລັງ​ປະ​ກອບ​ອາ​ວຸດ​ບັນ​ດາ​ແຂວງ, ນະ​ຄອນ, ໂຮງ​ຮຽນ​ການ​ທະ​ຫານ​ເກືອບ 1000 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ