ການເຄື່ອນໄຫວຫລາຍຢ່າງເພື່ອສະເຫລີມສະຫລອງ128ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມີນ

(VOVWORLD) -ຕອນເຊົ້າວັນທີ 19 ພຶດສະພາ ຢູ່ ນະຄອນ ໂຮ່ຈິມີນ, ເນື່ອງໃນໂອກາດສະເຫລີມສະຫລອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມີນ (19 ພຶດສະພາປີ 1890- 19 ພຶດສະພາປີ 2018), 

ການເຄື່ອນໄຫວຫລາຍຢ່າງເພື່ອສະເຫລີມສະຫລອງ128ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມີນ - ảnh 1 ງານມະໂຫລານສຽງເພງຈາກໝູ່ບ້ານແຊນ

ພາບ:vietnam+

ຄະນະຜູ້ແທນລວມມີ: ອະດີດນາຍົກລັດຖະມົນຕີ ຫງວຽນເຕີນຢູງ, ການນຳ ນະຄອນ ໂຮ່ຈິມີນ ແລະ ປະຊາຊົນທຸກຊັ້ນວັນນະ ໄດ້ໄປຖະຫວາຍທູບທຽນຢູ່ ຫໍພິພິທະພັນໂຮ່ຈິມີນ ແລະ ຖະຫວາຍທູບທຽນຢູ່ອະນຸສາວະລີໂຮ່ຈິມີນ. ຄະນະຜູ້ແທນໄດ້ສະແດງຄວາມເຄົາລົບກົ້ມຫົວເຄົາລົບໄວ້ອາໄລເຖິງດວງວີນຍານຂອງປະທານໂຮ່ຈິມີນ ແລະ ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫລືອສຳລັບຄຸນງາມຄວາມດີຂອງເພີ່ນ, ຕະຫລອດຊີວິດຂອງຕົນໄດ້ອຸທິດສ່ວນເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ.

ຢູ່ໝູ່ບ້ານແຊນ ຕາແສງ ກີມລຽນ ເມືອງ ນາມດານ ແຂວງ ເງ້ອານ, ຊື່ງແມ່ນບ້ານເກີດເມືອງນອນຂອງທ່ານປະທານໂຮ່ຈິມີນ ກໍ່ໄດ້ດຳເນີນງານບຸນໝູ່ບ້ານແຊນ ແຕ່ວັນທີ 17 - ວັນທີ 19 ພຶດສະພາ. ຈຸດສຸມຂອງລາຍການແມ່ນງານມະໂຫລານສຽງເພງໝູ່ບ້ານແຊນ ໂດຍມີການເຂົ້າຮ່ວມຂອງ 20 ກອງສິລະປະກອນມະຫາຊົນ ຂຶ້ນກັບ 20 ເມືອງ, ນະຄອນ, ຕາແສງ ໃນແຂວງ ເງ້ອານ. ນັກສິລະປິນປະຊາຊົນ ຟ້າມຕຽນຢູງ, ຮອງຫົວຫນ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ເງ້ອານ ໃຫ້ຮູ້ວ່າ: ນີ້ແມ່ນປີທຳອິດ ທີ່ແຂວງ ເງ້ອານ ໄດ້ຈັດຕັ້ງງານມະໂຫລານສຽງເພງຈາກໝູ່ບ້ານແຊນ, ເພື່ອແນໃສ່ສ້າງຈຸດໂດດເດັ່ນສຳລັບນັກທ່ອງທ່ຽວຢູ່ທຸກສາລະທິດມາຢ້ຽມຢາມບ້ານເກີດເມືອງນອນຂອງປະທານໂຮ່ຈິມີນ.

        “ປີນີ້ ງານມະໂຫລານສຽງເພງຈາກໝູ່ບ້ານແຊນ ຕົກລົງຈັດຕັ້ງຂຶ້ນໃນເຂດປູຊະນີຍະສະຖານ ກີມລຽນ ແລະ ນັບແຕ່ມື້ໄຂງານມະໂຫລານມາຮອດປະຈຸບັນ ບໍ່ພຽງແຕ່ ປະຊາຊົນເມືອງນາມດານ ມາເຂົ້າຮ່ວມ ແລະ ຮັບໃຊ້ບັນດາກອງສິລະປະກອນນຳກັນເທົ່ານັ້ນ ຫາກປະຊາຊົນໃນທົ່ວປະເທດກໍ່ໄດ້ມາຢ້ຽມຢາມບ້ານເກີດເມືອງນອນຂອງເພີ່ນລ້ວນແຕ່ເຂົ້າຮ່ວມເຫດການນີ້. ພວກຂ້າພະເຈົ້າເຫັນໄດ້ໃບຫນ້າຂອງນັກທ່ອງທ່ຽວຜູ້ໃດກໍ່ຮູ້ສຶກຕື້ນຕັນໃຈ.”

        ເນື່ອງໃນໂອກາດນີ້ ໃນວັນດຽວກັນ ຢູ່ ນະຄອນເຫ້ວ ພິທີໄຂງານວາງສະແດງພາບໂຄສະນາການສະເຫລີມສະຫລອງ 70 ປີແຫ່ງວັນປະທານໂຮ່ຈິມີນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11 ມີຖຸນາປີ 1948 – 11 ມີຖຸນາປີ 2018)

ຢູ່ຫລາຍປະເທດໃນໂລກ, ປະຊາຄົມຊາວຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອສະເຫລີມສະຫລອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມີນ. ສະຖານກົງສູນຫວຽດນາມ ຢູ່ ແຂວງ ສະຫວັນນະເຂດ ພ້ອມກັບຄະນະຄຸ້ມຄອງບັນດາເຂດປູຊະນີຍະສະຖານປະຫວັດສາດ ວັດທະນະທຳ ແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານປະທານໂຮ່ຈິມີນ ຢູ່ ບ້ານໄຊຍະພູມ ເທດສະບານ ໄກສອນ ພົມວິຫານ. ແຫ່ງນີ້ແມ່ນບ່ອນທີ່ທ່ານປະທານໂຮ່ຈິມີນ ຈາກມຸກດາຫານຂອງໄທ ມາສະຫວັນນະເຂດເມື່ອເດືອນມີຖຸນາປີ 1929 ເພື່ອສຳຫລວດສະພາບການ ແລະ ຂົນຂວາຍຂະບວນການປະຕິວັດ.

ກ່ອນຫນ້ານັ້ນ ອຳນາດການປົກຄອງ ແລະ ປະຊາຊົນ ແຂວງ ຄຳມ່ວນ ກໍ່ໄດ້ຈັດຕັ້ງພິທີຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມີນ ຢູ່ ເຂດປູຊະນີຍະສະຖານຫໍບູຊາປະທານໂຮ່ຈິມີນ ຢູ່ ບ້ານຊຽງວາງ ເມືອງ ຫນອງບົກ ແຂວງ ຄຳມ່ວນ ຊື່ງແມ່ນບ່ອນທ່ານປະທານໂຮ່ຈີມີນ ເຄື່ອນໄຫວປະຕິບັດໃນຊຸມປີ 1928 – 1929.

ແລະເນື່ອງໃນໂອກາດນີ້ ສະຖານທູດຫວຽດນາມ ຢູ່ ຈີເລ ແລະ ຝລັ່ງ ກໍ່ໄດ້ຈັດພິທີສະເຫລີມສະຫລອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມີນ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ