ການເຄື່ອນໄຫວຫຼາຍຢ່າງ ສະເຫຼີມສະຫຼອງວັນແພດໝໍຫວຽດນາມ 27 ກຸມພາ

(VOVWORLD) -“ໂຮງໝໍແບກມາຍ ຕ້ອງນໍາໜ້າໃນການຍູ້ແຮງການປະຕິຮູບລະບອບລະບຽບການດ້ານການບໍລິຫານ, ໝູນໃຊ້ເຕັກໂນໂລຢີທັນສະໄໝ, ຍົກສູງຄຸນນະພາບການກວດກາ, ປິ່ນປົ່ວພະຍາດ ...”
ການເຄື່ອນໄຫວຫຼາຍຢ່າງ ສະເຫຼີມສະຫຼອງວັນແພດໝໍຫວຽດນາມ 27 ກຸມພາ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ມອບຫຼຽນໄຊແຮງງານໃຫ້ແກ່ທ່ານໝໍໂຮງໝໍແບກມາຍ (ພາບ:chinhphu.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີ ແຫ່ງວັນແພດໝໍຫວຽດນາມ ຄືວັນທີ 27 ກຸມພາ, ຕອນເຊົ້າວັນທີ 26 ກຸມພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງໄປຢ້ຽມຢາມຖາມຂ່າວ ທ່ານໝໍ ແລະ ຄົນເຈັບທີ່ພວມປິ່ນປົວຢູ່ໂຮງໝໍ ແບກມາຍ ແລະ ເຂົ້າຮ່ວມພິທີປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ຮັບບັນດານາມມະຍົດອັນສູງສົ່ງຂອງພັກ, ລັດ ແລະ ລັດຖະບານ. ທ່ານນາຍົກລັດຖະມົນຕີສະເໜີທຸກຂັ້ນ, ຂະແໜງການຕ່າງໆ ແລະ ທົ່ວສັງຄົມ ຈົ່ງເຊີດຊູຄຸນງາມຄວາມດີ, ການເສຍສະຫຼະຂອງຖັນແຖວທ່ານໝໍ, ພະຍາບານ. ທ່ານເນັ້ນໜັກວ່າ:

        “ໜ້າທີ່ທີ່ໄດ້ວາງອອກສໍາລັບຂະແໜງການສາທາລະນະສຸກເວົ້າລວມ ແລະ ໂຮງໝໍ ແບກມາຍ ເວົ້າສະເພາະ ໃນໄລຍະຈະມາເຖິງ ແມ່ນໜັກໜ່ວງທີ່ສຸດ ແຕ່ກໍສະຫງ່າອົງອາດ. ຂ້າພະເຈົ້າຫວັງວ່າ ໂຮງໝໍ ແບກມາຍ ແລະ ທົ່ວຂະແໜງສາທາລະນະສຸກ ຈົ່ງເຊື່ອມຊຶມຄໍາສັ່ງສອນຂອງປະທານໂຮ່ຈີມິນ,ປະຕິບັດບັນດາມາດຕະການໃຫ້ຄົບຊຸດ, ເພີ່ມທະວີວຽກງານປົກປ້ອງ, ເບິ່ງແຍງດູແລສຸຂະພາບຂອງພໍ່ແມ່ປະຊາຊົນ. ໂຮງໝໍແບກມາຍ ຕ້ອງນໍາໜ້າໃນການຍູ້ແຮງການປະຕິຮູບລະບອບລະບຽບການດ້ານການບໍລິຫານ, ໝູນໃຊ້ເຕັກໂນໂລຢີທັນສະໄໝ, ຍົກສູງຄຸນນະພາບການກວດກາ, ປິ່ນປົ່ວພະຍາດ ກາຍເປັນໂຮງໝໍນໍາໜ້າໃນພາກພື້ນ ໃນອະນາຄົດໃກ້ນີ້.”

        ເນື່ອງໃນໂອກາດວັນແພດໝໍຫວຽດນາມ, ວັນທີ 26 ກຸມພາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ກໍໄດ້ໄປຢ້ຽມຢາມ ແລະ ອວຍພອນໝູ່ຄະນະພະນັກງານ, ພາລະກອນ, ຊາວຜູ້ອອກແຮງງານຢູ່ໂຮງໝໍ ແຊງປົນ, ພ້ອມທັງຢ້ຽມຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ຄົນເຈັບທີ່ພວມປິ່ນປົ່ວຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ