ການເຄື່ອນໄຫວຫຼາຍຢ່າງມຸ່ງໄປເຖິງສະເຫຼີມສະຫຼອງ 60 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ

ການເຄື່ອນໄຫວຫຼາຍຢ່າງມຸ່ງໄປເຖິງສະເຫຼີມສະຫຼອງ 60 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ  - ảnh 1
ທ່ານ ຟ້າມກວາງງີ້, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ເຂົ້າ​ຮ່ວມ​ງານ​ບຸນ​ປື້ມ
(ພາບ: Ngọc Châu)

(vovworld) - ພິທີ​ໄຂ​ງານ​ບຸນ​ປື້​ມ “ຮ່າ​ໂນ້ຍ - ນະຄອນ​ເພື່ອ​ສັນຕິພາບ“ດຳ​ເນີນ​ໃນ​ຕອນ​ຄຳ່​ວັນ​ທີ 26/9 ຢູ່​ສູນ​ອະນຸລັກ​ຮັກສາ​ມໍລະດົກ​ທັງ​ລອງ - ຮ່າ​ໂນ້ຍ. ​ນີ້ແມ່ນ​ງານ​ບຸນ​ປື້​ມທີ່​ມີ​ຂອບ​ຂະໜາດ​ໃຫຍ່​ສຸດ​ໃນ​ປີ​ຢູ່​ຮ່າ​ໂນ້ຍ. ຢູ່​ທີ່​ນີ້, ປື້​ມຖືກ​ວາງສະ​ແດງ​ຕາມ​ແຕ່​ລະ​ຫົວ​ເລື່ອງ​ຄື: ທັງ​ລອງ​ໃນ​ ​ເມື່ອ​ກ່ອນ - ຮ່າ​ໂນ້ຍ ​ໃນ​ປະຈຸ​ບັນ, ປະທານ​ໂຮ່ຈີ​ມິນ ​ແລະ ນະຄອນຫຼວງ​ຮ່າ​ໂນ້ຍ, ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ແລະ ກອງທັບ​ປະຊາຊົນ​ຫວຽດນາມ​ວິລະ​ຊົນ, ຮ່າ​ໂນ້ຍ ກັບ​ທະ​ເລ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງ​ນອນ... ງານ​ບຸນ​ກໍ່​ໄດ້​ຈັດ​ຕັ້ງ​ຮ້ານ​ວາງສະ​ແດງ​ປື້​ມກວ່າ 100 ຮ້ານ ​ແລະ ຂາຍ​ປື້​ມກວ່າ 10.000 ຫົວ. ທ່ານ ຟ້າ​ມກວົກຕ໋ວນ, ຫົວໜ້າ​ຫ້ອງການ​ໂຄງການ​ຕູ້​ປື້​ມ​ເສາະ​ຫາ, ຮຽບຮຽງ ​ແລະ ພິມ​ຈຳໜ່າຍ​ຕູ້​ປື້​ມທັງ​ລອງ 1000 ປີ ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຈັດ​ຕັ້ງ​ການ​ຄົ້ນ​ຄ້ວາ, ຮຽບຮຽງ​ຊຸດ​ປື້​ມ​ເວົ້າ​ເຖິງ​ວິວັດ​ການ​ພັດທະນາ​ອະລິຍະ​ທຳຂອງທັງ​ລອງ​ ກວ່າ 1000 ປີ ​ໃນ​ທຸກ​ຂົງ​ເຂດ​ຄື: ປະຫວັດສາດ, ​ເສດຖະກິດ, ວັດທະນະທຳ, ສິລະ​ປະ. ​ເພື່ອ​ແນ​ໃສ່​ຮັບ​ໃຊ້ຜູ້​ອ່ານ, ຈາກ​ນັ້ນຍົກ​ສູງ​ສະຕິ, ຄວາມ​ຮັບຜິດຊອບ ​ແລະ ປະກອບສ່ວນ​ກໍ່ສ້າງ​ນະຄອນຫຼວງ​ໃນ​ໄລຍະ​ເຊື່ອມ​ໂຍງ“.

        ຕອນ​ຄຳ່​ວັນ​ທີ 26/9, ຢູ່​ໂຮງສາຍ​ຮູບ​ເງົາ ກົງ​ເຍິນ, ຮ່າ​ໂນ້ຍ, ສະມາຄົມ​ນັກ​ສິລະ​ປິນ​ເວທີ​ສະ​ແດງຫວຽ​ດນາມ, ສົມທົບ​ກັບ​ພະ​ແນ​ກວັດ ທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຮ່າ​ໂນ້ຍ ​ໄຂ​ງານ​ມະ​ໂຫລານ​ເວທີ​ສະ​ແດງ​ນະຄອນຫຼວງ​ຄັ້ງ​ທຳ​ອິດ​ປີ 2014, ບັນດາ​ບົດ​ລະຄອນ​ຈະ​ສຸມ​ໃສ່​ວາດ​ພາບ​ຮູບ​ພາບ​ຊາວ​ຮ່າ​ໂນ້ຍ​ໃນ​ໄລຍະ​ຕໍ່ຕ້ານ​ເມື່ອ​ກ່ອນ​ນີ້​ກໍ່​ຄື​ໃນ​ກິດຈະການ​ປ່ຽນ​ໃໝ່​ກໍ່ສ້າງ​ນະຄອນຫຼວງ​ອະລິຍະ​ທຳ ​ແລະ ທັນ​ສະ​ໄໝ. ທ່ານ ​ເຈິ່ນກວົກຈຽມ​ ຮອງ​ຫົວໜ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ກາລະ​ໂອກາດ​ທີ່​ດີ ​ແລະ ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່ມີ​ຄວາມ​ໝາຍ, ​ເພື່ອ​ໃຫ້​ບັນດາ​ນັກ​ສິລະ​ປິນສະ​ແດງ​ຄວາມ​ສາມາດ​ຂອງ​ຕົນ, ຮຳ່ຮຽນ​, ​ແລກປ່ຽນ​ບົດຮຽນ​ດ້ານ​ວິຊາ​ຊີບເຊິ່ງກັນ ​ແລະ ກັນ. ຫວັງ​ວ່າ​ພາຍຫຼັງ​ເຫດການ​ນີ້​ຈະ​ມີ​ຫຼາຍ​ບົດ​ລະຄອນ, ນັກ​ສິລະ​ປິນຫຼາຍ​ຄົນ​ໄດ້​ຮັບ​ການ​ຍ້ອງຍໍ“.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ເຂດ​ປູຊະນີຍະສະຖານ​ປະຫວັດສາດ 48 ຖະໜົນ​ຮ່າງ​ງາ​ງ, ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ຮ່າ​ໂນ້ຍ ກໍ່​ໄຂ​ງານ​ວາງສະ​ແດງ​ຮູບ​ພາບ “ບາງ​ປູຊະນີຍະສະຖານ​ແຫ່ງ​ການ​ຕໍ່ຕ້ານ ຕ້ານ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ຂອງ​ທະຫານ ​ແລະ ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ 1946-1965“ . ຜ່ານບັນດາຮູບ​ພາບ​ທີ່ງານ​ວາງສະ​ແດງ, ຜູ້​ຊົມ​ສາມາດ​ຮັບ​ຮູ້​ໄດ້​ນຳ້​ໃຈ​ເສຍສະຫຼະ​ຊີວິດເພື່ອ​​ໄຊ​ຊະນະປະ​ເທດ​ຊາດ​ຂອງ​ກອງທັບ ​ແລະ ປະຊາຊົນ​ນະຄອນຫຼວງ​ຮ່າ​ໂນ້ຍ​ ໃນ​ໄລຍະ​ຕໍ່ຕ້ານໆ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ​ໄລຍະ 1946-1954.

ຂ່າວ/ບົດ​ອື່ນ