ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ

(VOVWORLD) -ໂດຍນອນໃນບັນດາເຫດການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ຍີ່ປຸ່ນ, ຕອນເຊົ້າວັນທີ 03 ພະຈິກ, ຄະນະກຳມະການປະຊາຊົນແຂວງເກີນເທີ ໄດ້ຈັດພິທີເປີດສະຫຼອງເຂດອຸດສາຫະກຳມິດຕະພາບຫວຽດນາມ - ຍີ່ປຸ່ນ, ໂດຍນອນໃນເຂດອຸດສາຫະກຳ logistic, ຮືງຟູ 1.

ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ - ảnh 1 ພິທີເປີດສະຫຼອງເຂດອຸດສາຫະກຳມິດຕະພາບຫວຽດນາມ - ຍີ່ປຸ່ນ

(ພາບ: thoidai.com.vn)

ນີ້ແມ່ນເຂດອຸດສາຫະກຳທັນສະໄໝ ດ້ວຍລະບົບພື້ນຖານໂຄງລ່າງເຕັກນິກທີ່ຄົບຊຸດ, ຮັບປະກັນມາດຕະຖານ “ເຂດອຸດສາຫະກຳຂຽວ”. ບັນດາຂະແໜງອາຊີບທີ່ໄດ້ບຸລິມະສິດສົ່ງເສີມຜະລິດດຳເນີນທຸລະກິດຄື: ໄຟຟ້າ, ເອເລັກໂຕນິກ, ການຢາ… ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຖືວ່າ.

        “ການລົງທຶນເຂົ້າແຂວງເກີນເທີ ກໍ່ຄືເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຈະຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບການເປີດກວ້າງບໍລິເວນ, ຍົກສູງການລົງທຶນຂອງຍີ່ປຸ່ນ ຢູ່ຫວຽດນາມ. ແລະ ພວກຂ້າພະເຈົ້າຄິດວ່າ, ເກີນເທີ ໄດ້ຕັ້ງໜ້າກະກຽມໃຫ້ແກ່ການລົງທຶນຂອງຍີ່ປຸ່ນ ໃນຫຼາຍປີຜ່ານມາ, ບັນດາການເຄື່ອນໄຫວພົວພັນແລກປ່ຽນດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວລະຫວ່າງເກີນເທີ ແລະ ຍີ່ປຸ່ນ ໄດ້ຮັບການຈັດຕັ້ງປະຈຳປີ. ດ້ວຍສັນຍານແມ່ນ, ບັນດານັກລົງທຶນ, ດຳເນີນທຸລະກິດຍີ່ປຸ່ນ ນັບມື້ນັບເອົາໃຈໃສ່ເຖິງເກີນເທີ  ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ”.

        ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 02 ພະຈິກ, ຢູ່ເກີນເທີ, ຄະນະກຳມະການປະຊາຊົນນະຄອນເກີນເທີ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ, ສະຖານກົງສູນໃຫຍ່ຍີ່ປຸ່ນ ປະຈຳນະຄອນໂຮ່ຈິມິນ ໄດ້ສົມທົບກັນໄຂລາຍການພົບປະແລກປ່ຽນວັດທະນະທຳ, ການຄ້າຫວຽດນາມ - ຍີ່ປຸ່ນ ຄັ້ງທີ 4 ແລະ ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ຍີ່ປຸ່ນ (1973 - 2018).

        ແລະກໍ່ໃນວັນທີ 02 ພະຈິກ, ມະຫາວິທະຍາໄລເກີນເທີ ແລະ ບໍລິສັດ Brain Works Asia (ຍີ່ປຸ່ນ) ໄດ້ເປີດສະຫຼອງຫ້ອງການຂຶ້ນກັບສູນຄົ້ນຄວ້າການປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຊີທີ່ກ້າວໜ້າຢູ່ມະຫາວິທະຍາໄລເກີນເທີ, ເພື່ອແນໃສ່ຊຸກຍູ້ການຄົ້ນຄວ້າ, ນຳໃຊ້ເຕັກໂນໂລຊີເຂົ້າໃນການຜະລິດ, ພິເສດແມ່ນການລ້ຽງປູກສິນໃນນ້ຳ, ສິນທະເລ ແລະ ປູກເຂົ້າໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ