ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ70ປີແຫ່ງວັນປະຕິວັດເດືອນ8,ວັນຊາດ2/9

ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ70ປີແຫ່ງວັນປະຕິວັດເດືອນ8,ວັນຊາດ2/9 - ảnh 1
(ພາບປະກອບ)

(vovworld) -​ ຕອນ​ຄຳ່​ວັນ​ທີ 20/8, ຢູ່​ໂຮງ​ລະຄອນ​ນະຄອນ​ໂຮ່ຈີ​ມິນ, ດຳ​ເນີນ​ງານ​ມະ​ໂຫລານ​​ສິລະ​ປະ “ບັນດາ​ບົດ​ເພງ​ຍ້ອງຍໍ​ພັກ“. ມີ​ສະມາຊິກ 500 ກວ່າ​ຄົນ​ທີ່​ມາ​ຈາກ​ບັນດາ​ວົງ​ດົນຕີ​ປະສານ​ສຽງ​ສູນວັດທະນະທຳ ​ແລະ ບັນດາ​ໂຮງຮຽນ​ສິລະ​ປະ​ໃນ​ນະຄອນ ​ໄດ້​ເຂົ້າ​ຮ່ວມ​ລາຍການ​ສະ​ແດງ. ງານ​ມະ​ໂຫລານ​ເພື່ອ​ແນ​ໃສ່​ສຶກສາ​ມູນ​ເຊື້ອ​ຮັກ​ຊາດ, ​ເຈດ​ຈຳນົງ​ກຸ້ມຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​, ຄວາມ​ມຸ້ງ​ຫວັງ​ສັນຕິພາບ​ຂອງ​ຊາດ, ພ້ອມ​ທັງ​ຍົກ​ສູງ​ນຳ້​ໃຈ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ຜ່ານ​ນັ້ນ​ຢືນຢັນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ແຫ່ງ​ຊາດ, ​ເຈດ​ຈຳນົງ​ຕັດສິນ​ໃຈ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດໃນ​ໄລຍະ​ປ່ຽນ​ໃໝ່.

​ແລະ​ກໍ່​ໃນ​ຕອນ​ຄຳ່​ວັນ​ທີ 20/8, ກົມ​ຮູບ​ເງົາ - ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ສົມທົບ​ກັບ​ແຂວງ ​ທ໋າຍ​ງວຽນ ຈັດ​ຕັ້ງ​ພິທີ​ໄຂ​ບັ້ນ​ສາຍຮູບ​ເງົາ ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ປະຕິວັດ​ເດືອນ​8,ວັນຊາ​ດ 2/9. ນີ້​ແມ່ນການ​ເຄື່ອນ​ໄຫວຢ່າງ​ແທດ​ຈິງ​ເພື່ອ​ແນ​ໃສ່ປະກອບສ່ວນ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດທະນະທຳ, ຈິດ​ໃຈ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ໃນ​ແຂວງ ​ແລະ ​ໂຄສະນາ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ.

ຂ່າວ/ບົດ​ອື່ນ