ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ - ảnh 1
ການນຳພັກ, ລັດເຂົ້າ​ສຸສານ​ໄຫ​ວ້ອາ​ໄລ​ປະທານ ​ໂຮ່ຈິ​ມິນ
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 2/2, ການ​ນຳ​ພັກ, ລັດ​ຫວຽດນາມ ​ໄດ້​ເຂົ້າ​ສຸສານ​ໄຫ​ວ້ອາ​ໄລ​ປະທານ ​ໂຮ່ຈິ​ມິນ, ອາ​ໄລ​ຫາ​ບັນດາ​ນັກຮົບວິລະ​ຊົນທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 85 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ. ​ແລະ ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 2/2, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ງານ​ໂຮມ​ຊຸມນຸມສະ​ເຫຼີ​ມສະຫຼອງ 85 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ພັກ, ລັດ ​ແລະ ສະມາຊິກ​ພັກ​ຫຼາຍ​ທ່ານ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 1/2, ຄະນະ​ປະຈຳ​ຄະນະ​ພັກ​ແຂວງ​ຫາຍ​ເຢືອງ ​ໄດ້​ຈັດ​ຕັ້ງ​ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ “ພັກ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແຫ່ງ​ໄຊຊະນະ“. ​ໃນ​ຂະນະ​ນັ້ນ, ຢູ່​ແຂວງ​ຕວຽນ​ກວາງ ກໍ່​ດຳ​ເນີນ​ລາຍການ​ສະ​ແດງ​ສິລະ​ປະ​ດ້ວຍ​ຫົວ​ຂໍ້​ວ່າ “​ໄວ້​ເນື້ອ​ເຊື່ອ​ໃຈ​ພັກ​ຕະຫຼອດ​ໄປ“.

        ສ່ວນ​ຢູ່​ມາ​ເລ​ເຊຍ, ວັນ​ທີ 1/2, ອົງຄະ​ນະ​ພັກ​ສະຖານທູດ​ຫວຽດນາມ​ປະຈຳ​ມາ​ເລ​ເຊຍ​ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມສະ​ເຫຼີ​ມສະຫຼອງ 85 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ, ດຳ​ເນີນ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ພັກ​ປີ 2014, ຜັນ​ຂະຫຍາຍ​ໜ້າ​ທີ່​ວຽກ​ງານ​ພັກ​ປີ 2015 ​ແລະ ມອບ​ຫຼຽນ​ກາ 40 ປີ​ທີ່​ເປັນ​ສະມາຊິກ​ພັກ​ໃຫ້ 40 ຄົນ.

        ສະຖານທູດ​ຫວຽດນາມ​ປະຈຳ​ອານ​ເຊຣີ ກໍ່ ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມສະ​ເຫຼີ​ມສະຫຼອງ 85 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ​ອານ​ເຊ​ຣີ ຫວູ​ເທ໋ຮຽບ ຢືນຢັນ​ວ່າ 85 ປີ ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ນຳພາ​ປະຊາຊົນ​ຫວຽດນາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ທົດ​ສອບ​ນາໆ​ປະການ, ນຳ​ປະ​ເທດ​ພັດທະນາ ​ແລະ ມີ​ທີ່​ຕັ້ງ​ນັບ​ມື້​ນັບ​ສຳ​ຄັນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.


ຂ່າວ/ບົດ​ອື່ນ