ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງວັນຊາດ2/9ຢູ່ພາຍໃນປະເທດ

ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງວັນຊາດ2/9ຢູ່ພາຍໃນປະເທດ - ảnh 1
(ການເຄື່ອນໄຫວຫຼາຍຢ່າງ
ສະເຫຼີມສະຫຼອງວັນຊາດ2/9ຢູ່ພາຍໃນປະເທດ)

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ 8 ແລະ ວັນຊາດ 2/9, ຕອນ​ບ່າຍ​ວັນ​ທີ 30/8, ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ໄດ້ຈັດ​ຕັ້ງ​ພິທີ​ມອບ​ຫຼຽນ​ກາ 70 ປີ, 65 ປີ, 60 ປີ​ໃຫ້​ບັນດາຜູ້​ທີ່​ມີ​ອາຍຸ​ເປັນ​ສະມາຊິກ​ພັກ​​ເຕັມ. ທ່ານ ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ, ສະ​ແດງ​ຄວາມ​ນັບຖື​ຕໍ່ບຸນຄຸນ ​ແລະ ການ​ປະກອບສ່ວນ​ຂອງ​ບັນດາ​ສະມາຊິກ​ພັກ. ທ່ານ​ເນັ້ນ​ໜັກ​ວ່າ, ອົງຄະ​ນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ສືບ​ຕໍ່​ມານະ​ພະຍາຍາມ, ກໍ່ສ້າງ​ອົງຄະ​ນະ​ພັກ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ, ສົມກັບ​ຄວາມ​ເຊື່ອ​ໝັ້ນ ​ແລະ ຄວາມ​ຫວັງ​ຂອງ​ປະຊາຊົນ ກໍ່​ຄື​ມູນ​ເຊື້ອຂອງ​ນະຄອນ​ທີ່​ໃສ່​ຊື່​ປະທານ ​ໂຮ່ຈີ​ມິນ.

        ຕອນ​ຄຳ່​ວັນ​ທີ 30/8, ​ໂທລະພາບ​ຫວຽດນາມ ​ໄດ້​ຖ່ານ​ທອດ​ສົດ​ລາຍການ “ຄັນ​ທຸງ​ເອກະລາດ“, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນຊາດ 2/9. ລາຍການ​ໄດ້​ຮັບ​ການ​ປະຕິບັດ​ຢູ່​ພະລາດ​ຊະ​ວັງ ທັງ​ລອງ, ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ. ທີ່​ລາຍການ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ ​ແລະ ທ່ານ​ນາງ​ ຕ່ອງ​ທິຟ໋ອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ມອບ​ດອກ​ໄມ້ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນດາ​ນັກ​ປະຕິວັດ​ຜູ້​ອາວຸ​ໂສ, ທີ່​ເຄີຍ​ເຂົ້າ​ຮ່ວມ​ການ​ລຸກ​ຮຶ້ຂຶ້ນ​ຍາດ​ເອົາ​ເອກະລາດ​ໃນ​ການປະຕິວັດ​ເດືອນ 8 ​ແລະ ວັນຊາດ 2/9/1945. ລາຍການ “ຄັນ​ທຸງ​ເອກະລາດ“ ຄື​ດັ່ງ​ບົດ​ເພງ​ກ່ຽວ​ກັບ​ຄວາມ​ໄຝ່ຝັນ​ເອກະລາດ​ຂອງ​ຊາດ​ໃນ​ຕະຫຼອດ​ໄລຍະ​ປະຫວັດສາດ. ລາຍການ​ນີ້​ແມ່ນ​ຜະລິດ​ຕະພັນ​ສິລະ​ປະ, ​ເຊິ່ງສະ​ແດງ​ອອກ​ຜ່ານ​ຫຼາຍ​ຮູບ​ການເຊັ່ນ: ວັດທະນະ​ທຳ, ດົນຕີ, ຮູບ​ເງົາ… ດ້ວຍ​ການ​ປະສານ​ລະຫວ່າງ​ປະຈຸ​ບັນ ​ແລະ ອະດີດຕະການ, ວັນຊາດ 2/9/1945.

ຂ່າວ/ບົດ​ອື່ນ