ການເຄື່ອນໄຫວຫຼາຍຢ່າງເພື່ອເບິ່ງແຍງດູແລບັນດາ ເປົ້າໝາຍນະໂຍບາຍໃນ ບຸນປີໃໝ່ຖືກດຳເນີນໃນທົ່ວປະເທດ

ການເຄື່ອນໄຫວຫຼາຍຢ່າງເພື່ອເບິ່ງແຍງດູແລບັນດາ ເປົ້າໝາຍນະໂຍບາຍໃນ ບຸນປີໃໝ່ຖືກດຳເນີນໃນທົ່ວປະເທດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 11/01, ພະ​ແນ​ກ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ​ແຂວງ​ຮ່າ​ນາມ ​ໄດ້​ສົມທົບ​ກັບ​ທະນາຄານ​ການ​ຄ້າ​ຮຸ້ງ​ສ່ວນ ສ່າຍ​ງ່ອນ​ເທືອງ​ຕິນ (Sacombank) ສາຂາ​ແຂວງ​ຮ່າ​ນາມ ຈັດ​ຕັ້ງ​ການ​ມອບ​ຂອງຂວັນ​ປີ​ໃໝ່ ປີ​ມະ​ເມຍ 2014 ​ໃຫ້​ເດັກ​ດຳ​ພ້າ ​ແລະ ຄົນ​ພິການ​ທີ່​ພວມ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​​ແລ​ຢູ່​ສູນ​ລ້ຽງ​ດູ​2 ​ແຫ່ງໃນ​ແຂວງ, ຜູ້​ເຖົ້າ​ຜູ້ແກ່​ຢູ່​ປ່ຽວ ​ແລະ ຜູ້​ປະສົບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ. ຂອງຂວັນ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 350.000 ດົງ. ​ແລະ​ກໍ່​ໃນ​ວັນ​ດຽວກັນ, ຄະ​ນະ​ປະຕິບັດ​ງານ​​ນະຄອນ​ໂຮ່ຈິ​ມິນ ​ໄດ້​ລົງ​ຢ້ຽມຢາມ​ ​ແລະ ມອບ​ຂອງຂວັນ​ໃຫ້​ແມ່​ຫວຽດນາມ ວິລະ​ຊົນ 9 ຄົນ ​ແລະ ໜູນ​ຊ່ວຍ​ປະຊາຊົນ​ຖືກ​ນ້ຳ​ຖ້ວມ​ໃນ​ບໍລິ​ເວັນ​ແຂວງກວາງ​ນາມ ຕ້ອນຮັບ​ບຸນປີ​ໃໝ່​ ປີ​ມະ​ເມຍ 2014 ດ້ວຍ​ຈຳນວນ​ເງິນກວ່າ 1 ຕື້​ດົງ. ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ ສົມທົບ​ກັບ​ສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ​​ໂຮ່ຈິ​ມິນ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​, ອວຍພອນ​ປີ​ໃໝ່​ບັນດາ​ພະນັກງານ​ນັກຮົບ​ຢູ່​ບັນດາ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ ​ແລະ ບັນດາ​ຄອບຄົວ​ທຸກ​ຍາກ​ໃນ​ບໍລິ​ເວັນ​ແຂວງ​ເຊີນ​ລາ. ມີ​ຂອງຂວັນ​ປະມານ 600 ພູດ ລວມ​ມູນ​ຄ່າ​ກວ່າ 1 ຕື້​ດົງ ໄດ້​ມອບ​ໃຫ້ 6 ປ້ອມ​ປ້ອງ​ກັນຊາ​ຍ​ແດນ ​ແລະ ກວ່າ 400 ຄອບຄົວ​ທຸກ​ຍາກ​ໃນ​ບໍລິ​ເວັນ​ແຂວງ​.

ຂ່າວ/ບົດ​ອື່ນ