ການເຄື່ອນໄຫວອວຍພອນປີໃໝ່ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍ້ອງຍໍຈິດໃຈເຮັດວຽກຂອງພະນັກງານ, ນັກວິສະວະກອນ ແລະ ພິເສດແມ່ນກຳມະກອນ 800 ຄົນທີ່ພວມເຮັດວຽກໃນຕະຫຼອດເວລາບຸນເຕັດ.
ການເຄື່ອນໄຫວອວຍພອນປີໃໝ່ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍ້ອງຍໍຈິດໃຈເຮັດວຽກຂອງພະນັກງານ, ນັກວິສະວະກອນ
(ພາບ: TTXVN)

        ຕອນເຊົ້າວັນທີ 12 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່, ລະດົມກຳລັງໃຈບັນດາພະນັກງານ, ນັກວິສະວະກອນ, ກຳມະກອນຢູ່ໂຄງການເສັ້ນທາງລົດໄຟເຂດຕົວເມືອງເລກ 3, ຕອນແຕ່ ໂຍນ - ສະຖານນີລົດໄຟ ຮ່າໂນ້ຍ.

        ເມື່ອມາຢ້ຽມຢາມ, ກວດກາຄວາມຄືບໜ້າການກໍ່ສ້າງ ແລະ ອວຍພອນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍ້ອງຍໍຈິດໃຈເຮັດວຽກຂອງພະນັກງານ, ນັກວິສະວະກອນ ແລະ ພິເສດແມ່ນກຳມະກອນ 800 ຄົນທີ່ພວມເຮັດວຽກໃນຕະຫຼອດເວລາບຸນເຕັດ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ນີ້ແມ່ນສິ່ງພິສູດໃຫ້ເຫັນຄວາມຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກເພື່ອປະຕິບັດສຳເລັດຕາມແຜນການທີ່ໄດ້ວາງອອກ, ເພື່ອໂຄງການກາຍເປັນຄວາມເອກອ້າງທະນົງໃຈຂອງນະຄອນຫຼວງ ຮ່າໂນ້ຍ.

        ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາຫົວໜ່ວຍເພີ່ມຄວາມໄວ, ເຮັດທັງເວັນ ແລະ ຄືນເພື່ອທົດແທນຄືນການຊັກຊ້າໃນໄລຍະທີ່ຜ່ານມາ. ທ່ານກໍ່ສະເໜີໃຫ້ບັນດາຜູ້ຮັບເໝົາກໍ່ສ້າງຕ່າງປະເທດທີ່ໄດ້ເລືອກໃນໂຄງການນີ້, ນອກຈາກຕ້ອງຮັບປະກັນຄຸນນະພາບ, ເຕັກນິກ, ຄວາມປອດໄພໃນການອອກແຮງງານແລ້ວ, ກໍ່ຕ້ອງຍົກສູງຄຸນນະພາບແຫຼ່ງຊັບພະນາກອນມະນຸດ, ຖ່າຍທອດເຕັກໂນໂລຊີໃຫ້ແກ່ ຫວຽດນາມ.

ແລະ ກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ໄປກວດກາສະພາບການຜັນຂະຫຍາຍ, ກໍ່ສ້າງໂຄງການສະຖານີ T3, ທ່າອາກາດສະຍານສາກົນ ເຕີນເຊີນເຍີດ, ນະຄອນ ໂຮ່ຈີມິນ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ