ການເຄື່ອນໄຫວອວຍພອນວັນບຸນຄຼິດສະມາດປີ2017

(VOVWORLD) -ເນື່ອງໃນໂອກາດວັນບຸນຄຼິດສະມາດ, ວັນທີ 22 ທັນວາ, ຄະນະການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ເຈີນແທງເຫມີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເປັນຫົວຫນ້າຄະນະ ໄດ້ລົງຢ້ຽມຢາມ, ອວຍພອນບາງຮາກຖານສາສະຫນາຢູ່ ນະຄອນ ໂຮ່ຈິມີນ. 
ການເຄື່ອນໄຫວອວຍພອນວັນບຸນຄຼິດສະມາດປີ2017 - ảnh 1 ທ່ານ ເຈີນແທງເຫມີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ອວຍພອນວັນບຸນຄຼິດສະມາດ

ທີ່ສຳນັກງານສັງຄະນາຍົກເຂດຊາວຄຼິດ ນະຄອນ ໂຮ່ຈີມີນ, ທ່ານ ເຈີນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ  ຕາງຫນ້າໃຫ້ການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ຕີລາຄາສູງການປະກອບສ່ວນສຳຄັນຂອງ ສັງຄະນາຍົກເຂດຊາວຄຼິດ ນະຄອນໂຮ່ຈິມີນ ບຸ່ຍວັນງອກ ແລະ ປະຊາຊົນຊາວຄຼິດ ໃນການເຂົ້າຮ່ວມປະຕິບັດບັນດາຄາດໝາຍພັດທະນາເສດຖະກິດສັງຄົມຂອງປະເທດຊາດ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະປະຕິບັດງານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ ອວຍພອນວັນບຸນຄຼິດສະມາດ ພະຄາດີນັນ ຟ້າມມີງເໝີນ ອະດີດສັງຄະນາຍົກເຂດຊາວຄຼິດ ນະຄອນໂຮ່ຈິມີນ ແລະ ສະຫະພັນໃຫຍ່ສະມາຄົມສາສະຫນາໂປແຕດສະຕັງ ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ