ການເຄື່ອນໄຫວຮັກສາສິ່ງແວດລ້ອມຕ້ອງອີງໃສ່ປະຊາຊົນ


ການເຄື່ອນໄຫວຮັກສາສິ່ງແວດລ້ອມຕ້ອງອີງໃສ່ປະຊາຊົນ - ảnh 1
ທ່ານ ຫງວຽນທ້ຽນເຍີນ ກ່າວຄຳເຫັນທີ່ກອງປະຊຸມ

(vovworld)- ​​​​​​​​ການ​ເຄື່ອນ​ໄຫວ​​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຕ້ອງ​ອີງ​ໃສ່​ປະ​ຊາ​ຊົນ ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍິນ ໃນ​ບົດ​ກ່າວ​ປາ​ໄສ​ຊີ້​ນຳ​ກອງ​ປະ​ຊຸມ​​ສະ​ເໜີ​ຕົວຄະ​ນະ​ຊີ້​ນຳ​ໂຄງ​ການ​ສົມ​ທົບ​ກັນ ເຂົ້າ​ຮ່ວມ​ການ​​ການ​ຮັກ​ສາ​ສິ່ງ​ແວດ​ລ້ອມ ​ແລະ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ລາຍ​ການ​ເຄື່ອນ​ໄຫວ​ໄລ​ຍະ​ປີ 2016-2020 ໂດຍ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຈັດ​ຕັ້ງ​ໃນ​ວັນ​ທີ 15/04. ເຂົ້າ​ຮ່ວມກອງ​ປະ​ຊຸມ ​ມີ​ບັນ​ດາ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ​ຂອງ 14 ສາ​ສະ​ໜາ​ໃນ​ທົ່ວ​ປະ​ເທດ, ການ​ນຳ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ແລະ ຜູ້​ອຳ​ນວຍ​ການ​ອົງ​ການ​ຈັດ​ຕັ້ງ​ພາກ​ເໜືອ​ເອີ​ລົບ​ໜູນ​ຊ່ວຍ​ຫວຽດ​ນາມ. ທີ່​ການ​ປະ​ຊຸມ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍິນ​ ສະ​ເໜີ ຄວນ​ອີງ​ໃສ່​ລັກ​ສະ​ນະ​ພິ​ເສດ​ສະ​ເພາະ, ເງື່ອນ​ໄຂ​ການ​ດຳ​ເນີນ​ຊີ​ວິດ, ປະ​ເພ​ນີ​ຂອງ​ແຕ່​ລະ​ສາ​ສະ​ໜາ, ແຕ່​ລະ​ທ້ອງ​ຖິ່ນ ​ເພື່ອ​ກຳ​ນົດ​ໜ້າ​ທີ່, ຄວາມ​ຮັບ​ຜິດ​ຊອບ, ວິ​ທີ​ການ​ລະ​ອຽດ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ຂອງ​ໂຄງ​ການ​ສົມ​ທົບ​ກັນ. ທ່ານ ຫງວຽນ​ທ້ຽນ​ເຍິນ​ ສະ​ເໜີ​ໃຫ້​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ​ຂອງ 40 ອົງ​ການ​ສາ​ສະ​ໜາ​ໃນ​ທົ່ວ​ປະ​ເທດ​ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ, ກຳ​ນົດ​ທິດ​ການ​ກະ​ທຳ​ໃນ​ການ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ໃຫ້​ປະ​ຊາ​ຊົນ​ຢູ່​​ວົງ​ຄະ​ນາ​ຍາດ​ຊຸມ​ຊົນ​ຢ່າງ​ສຸດ​ຂີດ. ພ້ອມ​ກັນ​ນັ້ນ ຄວນ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ອື່ນ​ທຸກ​ຂັ້ນ ເພື່ອ​ຂົນ​ຂວາຍ​​ໃນ​ການ​ປະ​ຕິ​ບັດ ແລະ ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ວຽກ​ງານ​​ຮັກ​ສາ​ສິ່ງແວດ​ລ້ອມ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ ຂອງ​ບັນ​ດາ​ອົງ​ການ​​ແຫ່ງລັດ, ວິ​ສາ​ຫະ​ກິດ, ອົງ​ການ​ຈັດ​ຕັ້ງ ແລະ ສ່ວນ​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ.

 

 

 

ຂ່າວ/ບົດ​ອື່ນ