ການເຄື່ອນໄຫວເຊື່ອມຕໍ່ການທ່ອງທ່ຽວຢູ່ງານຕະຫຼາດນັດທ່ອງທ່ຽວສາກົນ ITE HCMC 2015

ການເຄື່ອນໄຫວເຊື່ອມຕໍ່ການທ່ອງທ່ຽວຢູ່ງານຕະຫຼາດນັດທ່ອງທ່ຽວສາກົນ ITE HCMC 2015 - ảnh 1
(ພາບປະກອບ)

(vovworld) – ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນນະຄອນ​ໂຮ່ຈິ​ມິນ (ITE HCMC) ຄັ້ງ​ທີ 11 ປີ 2015, ດ້ວຍ​ຄຳ​ຂວັນ “ທົດ​ສະຫວັດໜຶ່ງ​, ​ພາກພື້ນ​ໜຶ່ງ, ​ໂລກ​ໜຶ່ງ” ຈະ​ຖືກ​ໄຂ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 10 – 12/09, ຢູ່​ສູນກອງ​ປະຊຸມ ​ແລະ ວາງສະ​ແດງ​ໄຊ​ງ່ອນ (SECC). ນີ້​ແມ່ນ​ເຫດການ​ປະຈຳ​ປີ ​ແລະ ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ສຳຄັນ​ຂອງຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ, ​ໂດ​ຍກະຊວງ​ວັດທະນະທຳ, ກິລາ ​ແລະ​ ທ່​​ອງທ່ຽວ ​ແລະ ຄະນະ​ກຳມະການ​ປະຊາຊົນນະຄອນ​ໂຮ່ຈິ​ມິນ ສົມ​ທົບ​ກັນ​ຈັດ​ຕັ້ງ. ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ, ​ໄດ​້ມີ 250 ຮ້ານ​ວາງສະ​ແດງ​ຂອງ​ບັນດາ​ບໍລິສັດ​ທ່ອງທ່ຽວຈົດ​ທະບຽນ​ເຂົ້າ​ຮ່ວມ; ພິ​ເສດ​ແມ່ນ​ການ​ເຂົ້າ​ຮ່ວມ​ຂອງ 21 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, ​ໃນ​ນັ້ນ, ​​ບັນດາ​ປະ​ເທດ​ຄື: ຍີ່ປຸ່ນ, ຕວກກີ, ສ.​ເກົາຫຼີ, ບຣຸ​ໄນ… ​​ໄດ້​ເຂົ້າ​ຮ່ວມເປັນ​ຄັ້ງ​ທຳ​ອິດ. ງານ​ຕະຫຼາດ​ນັດ​ການ​ທ່​ອງທ່ຽວ​ສາກົນ ITE HCMC 2015 ຍັງ​ຈະ​ຈັດການ​ເຄື່ອນ​ໄຫວ​ອຸດົມ​ສົມບູນ​ຫຼາຍ​ຢ່າງ​ຄື: ພິທີ​ລົງ​ນາມ​ການຮ່ວມ​ມື 2 ຝ່າຍ​ລະຫວ່າງ​ລັດຖະມົນຕີ​ຜູ້​ຮັບຜິດ​ຊອບ​ການທ່ອງ​ທ່ຽວ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ, ຄວາມ​​ເຂົ້າອົກ​ເຂົ້າ​ໃຈ ​ແລະ ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ກວ້າງ​ແຂ​ວງ ​ໃນ​ຂົງ​ເຂດ​ທ່ອ​ງທ່ຽວ; ງານ​ວາງສະ​ແດງ​ຮູ​ບພາບ​​ໂຄສະນາ​ກ່ຽວ​ກັບປະ​ເທດ​ຊາດ, ຊາວ ອາ​ຊຽນ… ​ໃນ​ຂອບ​ເຂດ ITE HCMC 2015 ຍັງ​ມີ​ກອງ​ປະຊຸມ​ສຳ​ມະ​ນາ, ​ເວທີ​​ປາ​​ໄສ​ສຳຄັນ​ອື່ນໆ​ອີກ.

ຂ່າວ/ບົດ​ອື່ນ