ການເຄື່ອນໄຫວເດືອນຊາວໜຸ່ມປີ 2018 ຢ່າງຟົດຟື້ນ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ (ວັນທີ 26 ມີນາປີ 1931- ວັນທີ 26 ມີນາປີ 2017) ຕອນເຊົ້າວັນທີ 24 ມີນາ ຢູ່ຮ່າໂນ້ຍ, ໄດ້ຈັດການໂອ້ລົມສົນທະນາຜ່ານເຄືອຂ່າຍອິນເຕີເນັດ ລະຫວ່າງເລຂາທີ 1 ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນກັບສະມາຊິກຄະນະຊາວໜຸ່ມທັງຢູ່ພາຍໃນ ແລະ ຕ່າງປະເທດ
ການເຄື່ອນໄຫວເດືອນຊາວໜຸ່ມປີ 2018 ຢ່າງຟົດຟື້ນ  - ảnh 1 ການໂອ້ລົມສົນທະນາຜ່ານເຄືອຂ່າຍອິນເຕີເນັດ ລະຫວ່າງເລຂາທີ 1 ສູນກາງຄະນະຊາວໜຸ່ມກັບສະມາຊິກຄະນະຊາວໜຸ່ມ

ທີ່ການໂອ້ລົມສົນທະນາ, ມີຄຳຖາມຫຼາຍຂໍ້ຂອງຊາວໜຸ່ມໄດ້ຖືກຝາກເຖິງ ທ່ານເລຂາທີ 1 ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ເລກ໋ວກຟອງ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການປະດິດຄິດສ້າງ, ການເລີ່ມທຸລະກິດ- ສ້າງອາຊີບ, ສ້າງຊີວິດໃຫ້ດີງາມ ແລະ ມີຄຸນນະທາດໃນການດຳລົງຊີສິດ. ທ່ານເລຂາທີ 1 ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ເລກ໋ວກຟອງ ກ່າວວ່າ : 

    “ ພວກຂ້າພະເຈົ້າຍູ້ແຮງບັນດາກຸ່ມໃຫ້ຄຳປຶກສາແກ່ບັນດາເພື່ອນທີ່ມີແນວຄວາມຄິດເລີ່ມທຸລະກິດ, ມີໂຄງການເລີ່ມທຸລະກິດ. ປະຈຸບັນ, ບັນດາກຸ່ມໃຫ້ຄຳປຶກສານີ້ ໄດ້ຮັບການສ້າງຕັ້ງຢູ່ສູນກາງຄ່ະນະຊາວໜຸ່ມ ແລະ ໄດ້ມີການເຊື່ອມຕໍ່ກັບນັກທຸລະກິດທີ່ໄດ້ເລີີ່ມທຸລະກິດຢ່າງສຳເລັດຜົນເພື່ອຫນູນຊ່ວຍພວກເພື່ອນ. ທີ່ 3 ແມ່ນສ້າງສະພາບແວດລ້ອມເພື່ອຊຸກຍູ້ການເລີ່ມທຸລະກິດ. ພິເສດແມ່ນການເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ. ຈິດໃຈຮ່ວມ ແມ່ນຮັກສາຈິດໃຈເມົາມົວເລີ່ມທຸລະກິດໃນໝູ່ຊາວຫນຸ່ມຫວຽດນາມ ແລະ ໃນ 5 ປີທີ່ຈະມາເຖິງ, ຈະມີ 1 ພັນໂຄງການໄດ້ຮັບການໜູນຊ່ວຍຈາກສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ, ບໍ່ພຽງແຕ່ດ້ານທຶນຮອນເທົ່ານັ້ນ, ຫາກຍັງມີການໃຫ້ຄຳປຶກສາ, ເຊື່ອມຕໍ່ອີກດ້ວຍ  ”

      ໃນຕອນຄ່ຳວັນທີ 23 ມີນາ, ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນນະຄອນ ດານັ້ງ ໄດ້ຈັດພິທີໄຂງານຕັ້ງຄ້າຍຊາວໜຸ່ມ ດ້ວຍຫົວເລື່ອງ “ປະເທດຊາດ ສັງເກດຈາກທະເລ ” ແລະ ຍ້ອງຍໍຊົມເຊີຍພະນັກງານຊາວໜຸ່ມດີເດັ່ນ 36 ຄົນ.

      ໃນວັນດຽວກັນ, ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ນະຄອນຮ່າໂນ້ຍ ໄດ້ຈັດພິທີ ຍ້ອງຍໍຊົມເຊີຍເລຂາໜ່ວຍຊາວໜຸ່ມທີ່ດີເດັ່ນຂອງນະຄອນຫຼວງປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ