ການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດຫວຽດນາມ 2/9 ຢູ່ ລັດເຊຍ ແລະ ມາເລເຊຍ

ການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດຫວຽດນາມ 2/9 ຢູ່ ລັດເຊຍ ແລະ ມາເລເຊຍ - ảnh 1
(ສະ​ເຫຼີມ​ສະຫຼອງ​ວັນ​ຊາດ ຫວຽດ​ນາມ 2/9)

 (vovworld)-​ ​  ວັນ​ທີ 24/8, ສະ​ມາ​ຄົມ​ ຫວຽດ​ນາມ ຢູ່​ນະ​ຄອນ Saint Petersburg ​ປຸກ​ລະ​ດົມ​ບັ້ນແຜ່ບໍ​ລິ​ຈາກ​ເງິນ ເພື່ອ​ແນ​ໃສ່​ຈັດ​ຕັ້ງ​ໃຫ້​ແກ່​ກຸ່ມ​ອະ​ດີດ​ນັກ​​ຊ່ຽວ​ຊານ, ​ນັກ​ຮົບ​ເກົ່າ​ອະ​ດີດ​ສະ​ຫະ​ພັນ ໂຊ​ຫວຽດ ກັບ​ຄືນ​ມາຢ້ຽມ​ຢາມ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ຫວຽດ​ນາມ 2/9. ປະ​ທານ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່ S.Petersburg  ທ່ານ​ຫງວຽນ​ດືກ​ຕ່​ວານ ໃຫ້​ຮູ້​ວ່າ ​ແນວ​ຄວາມ​ຄິດດັ່ງ​ກ່າວ​ໄດ້ເລີ່ມແຕ່ 2 ຫາ 3 ປີ ກ່ອນ. ເພື່ອ​ເຮັ​ດ​ໄດ້​ສິ່ງນີ້, ສະ​ມາ​ຄົມຊາວ ຫວຽດ​ນາມ ໄດ້​​ຂົນ​ຂວາຍ​ການ​ແຜ່ບໍ​ລິ​ຈາກ​ເງິນ ບົນນ້ຳ​ໃຈ​ອາ​ສາ​ສະ​ໝັກ ແລະ ອີງ​ຕາມ​ຄວາມ​ສາ​ມາດ​ຂອງ​ແຕ່​ລະ​ຄົນ, ​ຈາກບັນ​ດາ​ນັກ​ຮຽນ, ນັກ​ສຶກ​ສາ ຕະຫຼອດ​ຮອດ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ, ກຳ​ມະ​ກອນ, ກໍ່​ຄື​ວິ​ສາ​ຫະ​ກິດ. ຈຳ​ນວນ​ເງິນ​ທີ່​ແຜ່ບໍ​ລິ​ຈາກໄດ້, ສະ​ມາ​ຄົມ  ຈະ​ຈັດ​ຕັ້ງໃຫ້ ບັນ​ດາ​ອະ​ດີດ​ນັກ​​ຊ່ຽວ​ຊານ, ​ນັກ​ຮົບ​ເກົ່າ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ເພື່ອ​ເຫັນ​​ປະ​ຈັກ​ຕາ​ການ​ປ່ຽນ​ແປງ​ ຂອງ​ປະ​ເທດ​ຫວຽດ​ນາມ ແລະ ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ​ ໃຫ້​ແກ່ປະ​ເທດ​ລັດ​ເຊຍ.

ກ່ອນ​ໜ້າ​ນັ້ນ, ຕອນ​ຄ່ຳ ວັນ​ທີ 23/8, ຄະ​ນະ​ຕິດ​ຕໍ່ສື່​ສານ​ຊາວ ຫວຽດ​ນາມ ຢູ່ ມາ​ເລ​ເຊຍ ໄດ້ຈັດ​​ການ​ພົບ​ປະແລກ​ປ່ຽນ ແລະ ການ​ເຄື່ອນ​ໄຫວ​ສະ​ແດງສິ​ລະ​ປະ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ​ວັນ​ຊາດ ຫວຽດ​ນາມ 2/9. ໃນ​ຂອບ​ເຂດ​ການ​ພົບ​ປະແລກ​ປ່ຽນ, ຜູ້​ຕາງ​ໜ້າ​ພະ​ນັກ​ງານ, ກຳ​ມະ​ກອນ ແລະ ນັກ​ສຶກ​ສາ ​ຫວຽດ​ນາມ ຢູ່ມາ​ເລ​ເຊຍ ​ໄດ້​ຈັດ​ລາຍ​ການສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ ດ້ວຍ​ບັນ​ດາ​ບົດ​ເພງ​ຍ້ອງ​ຍໍ​ສັນ​ລະ​ເສີນປະ​ເທດ​ຊາດ,ຍ້ອງ​ຍໍ​ສັນ​ລະ​ເສີນ​ເຂດທະ​ເລ​ໝູ່​ເກາະແຫ່ງ​ບ້ານ​ເກີດເມືອງ ນອນ . ເນື່ອງ​ໃນ​ໂອ​ກາດນີ້, ຄະ​ນະ​​ຕິດ​ຕໍ່​ສື່​ສານ​ຊາວ ຫວຽດ​ນາມ ​ອາ​ໄສຢູ່ ມາ​ເລ​ເຊຍ ໄດ້​​​ປຸກ​ລະ​ດົມ​ການແຜ່​ບໍ​ລິ​ຈາກເງິນ ດ້ວຍ​ຫົວ​ຂໍ້ “ ມຸ່ງ​ໄປ​ສູ່​ເຂດ​ທະ​ເລ​, ໝູ່​ເກາະ​ແຫ່ງບ້ານ​ເກີດ​ເມືອງນອນ ”.

ຂ່າວ/ບົດ​ອື່ນ