ການເຄື່ອນໄຫວເບິ່ງແຍງດູແລ, ມອບຂອງຂວັນບຸນເຕັດໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນຕ່າງໆ

(VOVWORLD) - ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ແຂວງ ກ໋ວາງຫງາຍ ໄດ້ຈັດຕັ້ງງານຮັບແຫຼ່ງເງິນໜູນຊ່ວຍຮັບປະກັນຊີວິດສັງຄົມໃຫ້ແກ່ປະຊາຊົນ ກ໋ວາງຫງາຍ
ການເຄື່ອນໄຫວເບິ່ງແຍງດູແລ, ມອບຂອງຂວັນບຸນເຕັດໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນຕ່າງໆ - ảnh 1ທ່ານອະດີດປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ທີ່ການມອບລາງວັນ

ວັນທີ 29 ມັງກອນ, ທ່ານອະດີດປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ປະຊາຊົນຕາແສງ ດືກຮ່ວາ, ເມືອງ ດືກເທາະ ແລະ ຕາແສງ ກີ່ນາມ, ເທດສະບານ ກີ່ແອງ, ແຂວງ ຮ່າຕິ້ງ. ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ແຂວງ ກ໋ວາງຫງາຍ ໄດ້ຈັດຕັ້ງງານຮັບແຫຼ່ງເງິນໜູນຊ່ວຍຮັບປະກັນຊີວິດສັງຄົມໃຫ້ແກ່ປະຊາຊົນ ກ໋ວາງຫງາຍ ເນື່ອງໃນໂອກາດບຸນປີໃໝ່ປີຈໍ ດ້ວຍມູນຄ່າ 8 ຕື້ດົ່ງ. ໃນຂອບເຂດການປະຕິບັດງານຢູ່ແຂວງ ເງະອານ, ວັນທີ 29 ມັງກອນ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ, ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍຢູ່ເມືອງ ແອງເຊີນ, ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ຟຸກເຊີນ.

        ແລະກໍ່ໃນວັນທີ 29 ມັງກອນ, ອົງການ KFHI  - ສ. ເກົາຫຼີ ເຊິ່ງເຄື່ອນໄຫວໃນຂົງເຂດພັດທະນາປະຊາຄົມ, ບຳລຸງສ້າງວິຊາຊີບ ແລະ ອຸປະກະລະເດັກນ້ອຍ, ໄດ້ມອບຂອງຂວັນບຸນເຕັດ 100 ພູດໃຫ້ເດັກພິການ, ເດັກມີສະພາບຄອບຄົວທຸກຍາກ… ຢູ່ເມືອງ ຫວີງເຕື່ອງ, ແຂວງ ຫວີງຟຸກ. ແລະກໍ່ໃນວັນດຽວກັນ, ຢູ່ແຂວງ ຫວີງຟຸກ, ສະມາຄົມກາແດງເພື່ອມະນຸດຂຶ້ນກັບສະພາກາແດງນະຄອນຫຼວງ ຮ່າໂນ້ຍ ໄດ້ມອບເຮືອນ ກາແດງ 9 ຫຼັງໃຫ້ ຄອບຄົວທຸກຍາກ ແລະ ມອບຂອງຂວັນບຸນເຕັດ 200 ພູດໃຫ້ບັນດາຄອບຄົວທຸກຍາກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມທີ່ປະສົບກັບຄວາມຫຍຸ້ງຍາກຢູ່ 6 ຕາແສງຂອງເມືອງ ເລີບແທກ, ແຂວງ ຫວີງຟຸກ.

        ເນື່ອງໃນໂອກາດບຸນປີໃໝ່ປີຈໍ 2018, ວັນທີ 29 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງລາຍການສະແດງສິລະປະພິເສດ “ດວງເດືອນແຫ່ງນິທານ” ຄັ້ງທີ 10 - ດ້ວຍຫົວຂໍ້ “ບຸນເຕັດເພື່ອເດັກທຸກຍາກ”.

ຕອບກັບ

ຂ່າວ/ບົດ​ອື່ນ