ການເຄື່ອນໄຫວເບິ່ງແຍງດູແລປະຊາຊົນເນື່ອງໃນໂອກາດປີໃໝ່ປີກຸນ ຢູ່ທ້ອງຖິ່ນຕ່າງໆ

(VOVWORLD) -ວັນທີ 29 ມັງກອນ, ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກນະຄອນ ໂຮ່ຈີມິນ  ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ອົງຄະນະພັກ ແລະ ປະຊາຊົນແຂວງເຕິຍນິງ

ວັນທີ 29 ມັງກອນ, ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກນະຄອນ ໂຮ່ຈີມິນ  ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ອົງຄະນະພັກ ແລະ ປະຊາຊົນແຂວງເຕິຍນິງ; ມອບເງິນຈໍານວນ 500 ລ້ານດົ່ງໃຫ້ຄະນະກໍາມະການແນວໂຮມປະເທດຊາດ ແຂວງ ເຕິຍນິງ ເພື່ອເບິ່ງແຍງດູແລບັນດາຄອບຄົວທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ຢູ່ ແຂວງເຕິຍນິງ ໃຫ້ມີເງື່ອນໄຂຕ້ອນຮັບບຸນເຕັດປີກຸນ 2019 ດ້ວຍຄວາມເບີກບານມ່ວນຊື່ນ.

ການເຄື່ອນໄຫວເບິ່ງແຍງດູແລປະຊາຊົນເນື່ອງໃນໂອກາດປີໃໝ່ປີກຸນ ຢູ່ທ້ອງຖິ່ນຕ່າງໆ - ảnh 1

        ໃນວັນດຽວກັນ, ທ່ານ ຟານດິ່ງຈາກ ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ ກໍໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ແຂວງດ້ຽນບຽນ. ນະທີ່ນີ້, ທ່ານ ຟານດິ່ງຈາກ ໄດ້ມອບຂອງຂວັນ 100 ພູດ ໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ປະສົບກັບຄວາມຫຍຸ້ງຍາກ ແລະ ຖືກຜົນກະທົບຈາກໄພພິບັດທໍາມະຊາດ ຢູ່ ຕາແສງ ປອມລອດ, ເມືອງດ້ຽນບຽນ.

ການເຄື່ອນໄຫວເບິ່ງແຍງດູແລປະຊາຊົນເນື່ອງໃນໂອກາດປີໃໝ່ປີກຸນ ຢູ່ທ້ອງຖິ່ນຕ່າງໆ - ảnh 2ທ່ານ ຟານດິ່ງຈາກ ມອບຂອງຂວັນໃຫ້ພະນັກງານ, ນາຍທະຫານ ຢູ່ ປ້ອງທະຫານປ້ອງກັນຊາຍແດນ ໄຕຈາງ (ພາບ: TTXVN)

        ໃນຊຸມວັນນີ້, ທາງໂຮງໝໍປິ່ນປົວໂລກກ້ອນເບົ້າ ແລະ ໂລກມະເຮັງ ນະຄອນ ໂຮ່ຈີມິນ ກໍໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອເບິ່ງແຍງດູແລຄົນເຈັບໃນຍາມບຸນເຕັດ, ຈັດຕ້ັງບັນດາລາຍການສະແດງສິລະປະ “ລະດູບານໃໝ່ແຫ່ງຄວາມຮັກແພງ”  ແລະ ມອບຂອງຂວັນໃຫ້ເດັກນ້ອຍ ເກືອບ 200 ຄົນ ທີ່ພວມປິ່ນປົວຢູ່ໂຮງໝໍ ແລະ ອື່ນໆ.

        ກໍໃນວັນທີ 29 ມັງກອນ, ຢູ່ ແຂວງເກິນເທີ ໄດ້ດໍາເນີນລາຍການ “ບຸນເຕັດ ເພື່ອຄົນທຸກຍາກ ແລະ ຜູ້ຕິດທາດພິດສີສົ້ມ - ລະດູບານໃໝ່ ປີກຸນ 2019” ໂດຍ ສະພາກາແດງນະຄອນຈັດຕັ້ງຂຶ້ນ ແລະ ມອບຂອງຂວັນ 2000 ພູດ ໃຫ້ບັນດາເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກ.

        ພະແນກຄົມມະນາຄົມ ແລະ ຂົນສົ່ງ ກໍໄດ້ສົມທົບກັບ ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງ ກວາງນາມ ແລະ ບັນດາວິສາຫະກິດຂົນສົ່ງ ຈັດຕັ້ງຖ້ຽວລົດເມແຫ່ງສາຍຈິດມິດໃຈ ເພື່ອສົ່ງກໍາມະກອນ, ຜູ້ອາຍຸສູງ, ນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກ ກັບເມືອ ຕ້ອນຮັບບຸນເຕັດພ້ອມດ້ວຍຄອບຄົວ ຢູ່ບ້ານເກີດເມືອງນອນ.


ຕອບກັບ

ຂ່າວ/ບົດ​ອື່ນ