ການເຄື່ອນໄຫວເປີດສາກໃຫ້ແກ່ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ 2013

ການເຄື່ອນໄຫວເປີດສາກໃຫ້ແກ່ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ 2013 - ảnh 1
ລາຍການເປີດສາກພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ-ງານ​ບຸນ​ວິຫານ​ຮຸ່ງ 2013

(vovworld) -  ຕອນ​ເຊົ້າ​ວັນ​ທີ 13/4 ຢູ່​ແຂວງ ຟູ​ທໍ້ ​ໄດ້​ດຳ​ເນີນ​ງານ​ບຸນ​ວັດທະນະທຳ​ພື້ນ​ເມືອງ​ຢູ່ຖະຫນົນ, ​ເປີດ​ສາກ​ໃຫ້​ແກ່​ພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ - ງານ​ບຸນ​ວິຫານ​ຮຸ່ງ 2013.​ ເຂົ້າ​ຮ່ວມ​ງານ​ບຸນ​ມີ​ນັກສະ​ແດງ, ນັກ​ສິລະ​ປະກອນ​ວັດທະນະທຳ​ພື້ນ​ເມືອງ​ ​ມາ​ຈາກ 13​ ເມືອງ, ​ເທດສະບານ, ນະຄອນ ​ແລະ ນັກຮຽນ, ນັກ​ສຶກສາ​ຂອງ​ບັນດາໂຮງຮຽນຢູ່​ແຂວງ ຟູ​ທໍ້ ກວ່າ 3000 ຄົນ. ບັນດາ​ຜູ້​ເຂົ້າ​ຮ່ວມ​ ​ໄດ້ນຸ່ງ​ຊຸດ​ພື້ນ​ເມືອງສະ​ແດງ​ລາຍການ​ຕ່າງໆ​ຄື: ​ແຫ່​ວໍ, ຟ້ອນ​ສິງ​ໂຕ,ຕີ​ຄ້ອງ ​ແລະ​ ອື່ນໆ.ລຸງ ຈູ​ມີ​ງທື, ຢູ່​ຕາ​ແສງ ວັນ​ລາງ, ​ເມືອງ​ຫ້າ​ຮ່ວາ ​​ແມ່ນຜູ້ເຂົ້າ​ຮ່ວມ​ງານ​ບຸນ​ໄດ້​ເວົ້າ​ວ່າ:

        “​ແຕ່ລະ​ປີ ​ເມື່ອ​ຈັດ​ຕັ້ງ​ພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ໃນ​ວັນ​ທີ 10/3 ຕາມ​ຈັນທະ​ປະຕິທິນ, ພວກ​ຂ້າພະ​ເຈົ້າ​ໄດ້​ກະກຽມ​ວໍ, ​ເຮືອ ​ເພື່ອ​ສະ​ແດງ​ຢູ່​ງານ​ບຸນ. ພວກ​ຂ້າພະ​ເຈົ້າ​ຢາກ​ແນະນຳ​ບັນດາ​ຈຸດ​ວັດທະນະທຳ​ຂອງ​ເຂດ​ດິນ​ແດນ​ບັນພະບຸລຸດ​ມາ​​ໃຫ້​ແຂກຄົນ​​ທີ່​ມາ​ຈາກ​ທຸກ​ສາລະ​ທິດ​​ເມື່ອ​ຢ້ຽມຢາ​ວິຫານ​ຮຸ່ງ​.

 

 

ຂ່າວ/ບົດ​ອື່ນ