ການເຄື່ອນໄຫວເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ

ການເຄື່ອນໄຫວເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ - ảnh 1
ການປະຊຸມຂ່າວແນະນຳລາຍການ ”ຮ່ວມ​ເດີນທາງ​ກັບຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ
ຄວາມ​ມິດຕະພາບຫວຽດນາມ - ສ ​ເກົາຫຼີ”
(ພາບ: http://congluan.vn)

ລາຍການ ”ຮ່ວມ​ເດີນທາງ​ກັບຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຄວາມ​ມິດຕະພາບຫວຽດນາມ - ສ ​ເກົາຫຼີ” ​ເລີ່​ມດຳ​ເນີນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 1/11, ຢູ່​ທ່າ​ກຳ​ປັ່ນຍ່າ​ຮົ່ງ, ນະຄອນໂຮ່ຈີ​ມິນ. ລາຍການ​ນີ້ ​ໂດຍ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນຫວຽດນາມ ສົມທົບ​ກັບກຸ່ມ​ສື່ສານ​ວັດທະນະທຳ ສ​ເກົາຫຼີ (MBC) ຈັດ​ຕັ້ງ, ​ເນື່ອງ​ໃນ​ໂອກາດ 20 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ສ​ເກົາຫຼີ (22/12/1992-22/12/2012) ​ເຂົ້າ​ຮ່ວມ​ລາຍການ​ມີ​ຊາວ​ຫວຽດນາມ ​ແລະ ສ​ເກົາ​ຫຼື 18 ຄົນ , ​ໃນ​ນັ້ນ​ມີ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ, ​ເຊິ່ງຈະ​ຖີບ​ລົດ​ລຽບ​ຕາມ​ທາງ​ຫຼວງ​ເລກ 1A ຜ່ານ 18 ​ແຂວງ, ນະຄອນ, ເລີ່​ມ​ແຕ່​ນະຄອນ​ໂຮ່ຈີ​ມິນ ​ແລະ ສິ້ນ​ສຸດ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ. ທ່ານ Nguyen Van Rinh, ປະທານ ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ, ​ໃຫ້​ຮູ້​ວ່າ:

”​ເຖິງ​ວ່າຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ​ມີ​ສຸຂະພາບ​ບໍ່​ແຂງ​ແຮງ​ກໍ່ຕາມ, ​ແຕ່​ເຂົາ​ເຈົ້າ​ຍັງ​ຄົງ​ເຂົ້າ​ຮ່ວມ​ລາຍການດ້ວຍ​ຄວາມ​ຕັດສິນ​ໃຈ​ສູງ, ການ​ເດີນທາງ​ນີ້, ນອກຈາກ​ຈຸດປະສົງ​ຂົນຂວາຍ​ປະຊາຊົນ​ຫວຽດນາມ ​ແລະ ​ໂລກ​ສະໜັບສະໜູນ​ໃຫ້​ແກ່ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ​ໃນ​ຊີວິດ​ປະຈຳ​ວັນ ​ແລະ ປິ່ນປົວ​ພະຍາດ​ແລ້ວ, ການ​​ເຄື່ອນ​ໄຫວ​ນີ້​ຍັງ​ຄົງສ້າງ​ຄວາມ​ສາມັກຄີ​ລະຫວ໋າງປະຊາຊົນ​ຫວຽດນາມ​ກັບ​ປະຊາຊົນ​ໂລກ ​ເພື່ອ​ສະໜັບສະໜູນ​ການ​ຕໍ່ສູ້​ທວງ​ເອົາ​ຄວາມ​ຍຸຕິ​ທຳ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ /ດີ​ໂອ​ຊິນ​ຫວຽດນາມ”.

ຂ່າວ/ບົດ​ອື່ນ