​ການ​ເຄື່ອນ​ໄຫວ​ເພື່ອ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ໄຊ​ຊະ​ນະ “ດຽນ​ບຽນ​ຝຸ​ທາງ​ອາ​ກາດ

(VOVWORLD) -ງານວາງສະແດງໄດ້ແນະນຳເອກະສານສຳເນົາ, ພາບຖ່າຍ, ວັດຖຸພັນ 84 ຢ່າງ ໂດຍໄດ້ແບ່ງເປັນ 3 ສ່ວນລວມມີ: “ຮ່າໂນ້ຍກຽມພ້ອມການສູ້ຮົບ”, “ຮ່າໂນ້ຍ - 12 ວັນຄືນປະຫວັດສາດ” ແລະ “ຮ່າໂນ້ຍ - ບົດເພງໄຊຊະນະດັງກ້ອງກັງວານ”. 
​ການ​ເຄື່ອນ​ໄຫວ​ເພື່ອ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ໄຊ​ຊະ​ນະ “ດຽນ​ບຽນ​ຝຸ​ທາງ​ອາ​ກາດ - ảnh 1ບັນດາຜູ້ແທນ ເຂົ້າຮ່ວມງານວາງສະແດງ (ພາບ:  VOV)

“ຮ່າໂນ້ຍ, ຄວາມຊົງຈຳ 12 ວັນຄືນ ຕ້ານການບຸກໂຈມຕີທາງອາກາດ” ແມ່ນຫົວຂໍ້ຂອງການວາງສະແດງເອກະສານສຳເນົາທີ່ໄດ້ຈັດຂຶ້ນໃນວັນທີ 5 ທັນວາ, ຢູ່ຮ່າໂນ້ຍ. ນີ້ແມ່ນ” (12/1972 – 12/2022). ງານວາງສະແດງໄດ້ແນະນຳເອກະສານສຳເນົາ, ພາບຖ່າຍ, ວັດຖຸພັນ 84 ຢ່າງ ໂດຍໄດ້ແບ່ງເປັນ 3 ສ່ວນລວມມີ: “ຮ່າໂນ້ຍກຽມພ້ອມການສູ້ຮົບ”, “ຮ່າໂນ້ຍ - 12 ວັນຄືນປະຫວັດສາດ” ແລະ “ຮ່າໂນ້ຍ - ບົດເພງໄຊຊະນະດັງກ້ອງກັງວານ”. ບັນດາເອກະສານ, ພາບຖ່າຍໄດ້ສະແດງໃຫ້ເຫັນ ຄວາມສະຫຼາດສ່ອງໃສໃນແນວທາງຂອງພັກ, ລັດຖະບານ ແລະ ອຳນາດການປົກຄອງປະຊາຊົນຮ່າໂນ້ຍ, ພັນລະນາພາບພົດທະຫານ ແລະ ປະຊາຊົນພາກເໜືອ ເວົ້າລວມ, ທະຫານ ແລະ ປະຊາຊົນ ຮ່າໂນ້ຍ ເວົ້າສະເພາະ ໄດ້ຕໍ່ສູ້ຢ່າງພິລະອາດຫານ, ທັບມ້າງການບຸກໂຈມຕີທາງອາກາດຂອງອາເມລິກາ, ບັງຄັບອາເມລິກາ ຕ້ອງຖະແຫຼງຢຸດຕິການຖິ້ມລະເບີດ ໃສ່ພາກເໜືອ ແລະ ຍອມຊັນສັນຍາ ປາຣີ (27/1/1973) ຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ, ຊ່ວຍໃຫ້ມະຫາຊົນມີແງ່ມູມຢ່າງລຸລວງ, ຮອບດ້ານກ່ວາກ່ຽວກັບຄວາມແຮງກ້າ ແລະ ໄຊຊະຊະອັນອົງອາດກະຫານຂອງບັ້ນຮົບ “ດ້ຽນບຽນຝຸ ທາງອາກາດ”

ຕອບກັບ

ຂ່າວ/ບົດ​ອື່ນ