ການເຄື່ອນໄຫວເລີ່ມດຳເນີນການຜະລິດຍາມຕົ້ນປີໃໝ່

ການເຄື່ອນໄຫວເລີ່ມດຳເນີນການຜະລິດຍາມຕົ້ນປີໃໝ່ - ảnh 1
(ພາບປະກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 21/02 (ກົງ​ກັບ​ວັນ​ທີ 3 ບຸນ​ເຕັດ), ທ່ານ​ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ຄົມມະນາຄົ​ມ​ຂົນ​ສົ່ງ​ຫວຽ​ດນາມ ​ເລ​ດິ່ງ​ທໍ້ ​​ໄດ້​ໄປ​ແຂວງ ​ກວາງ​ງ້າ​ຍ ຊີ້​ນຳ​ບັນດາ​ນັກ​ປະມູນ​ເລີ່​ມປະຕິບັດ​​ໂຄງການຍົກ​ລະດັບ, ​ເປີດ​ກວ້າງ​ເສັ້ນທາງ​ຫຼວງ 1A. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ ເລ​ດິ່ງ​ທໍ້ ​ໄດ້ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ພະນັກງານ, ນັກ​ວິ​ສາວະ​ກອນ, ກຳມະກອນ​ບັນດາ​ຫົວໜ່ວຍ​ປະຕິບັດກິດຈະກຳ​ກໍ່ສ້າງ; ປຸກລະດົມ​ບັນດາ​ກຳມະກອນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ພະຍາຍາມ​ປະຕິບັດ​ວຽກ​ງານ​ເພື່ອ​ປະຕິບັດ​ສຳ​ເລັດ​ກິດຈະກຳ​ໃຫ້ຖືກ​ກັບ​ເວລາ​ທີ່​ໄດ້​ວາງ​ອອກ. ພາຍຫຼັງ​ໄປ​ກວດກາ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ ເລ​ດິ່ງ​ທໍ້ ​​ໃສ່​ໃຈແຂວງ​ ກວາງ​ງ້າ​ຍ ວ່າຈົ່ງ​ເອົາ​ໃຈ​ໃສ່​ຊ່ວ​ຍ​ເຫຼືອຫົວໜ່ວຍ​ກໍ່ສ້າງ ​ແລະ ປ່ອຍ​ທຶນ​ໂດຍ​ໄວ ກໍ່​ຄືສ້າງ​ທຸກ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ໃຫ້​ບັນດາ​ນັກ​ປະມູນ​ປະຕິບັດສຳ​ເລັດ​ກິດຈະກຳ​ກໍ່ສ້າງໃຫ້​ຖືກ​ກັບ​ເວລາ​ທີ່​ໄດ້​ວາງ​ອອກ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຮາກ​ຖານ​ດຳ​ເນີນ​ທຸລະ​ກິດ​ນ້ຳມັນ, ວັດຖຸ​ອຸປະກອນກະສິກຳສ່ວນ​ຫຼາຍ​ຢູ່​ເມືອງ Ea H’leo, ​ເຊິ່ງ​ແມ່ນ​ເມືອງ​ຈຸດ​ສຸມ​​ກ່ຽວ​ກັບ​ການປູກຕົ້ນ​ກາ​ເຟ ຂອງ​ແຂວງ ດັກ​ລັກ ​ໄດ້​ເປີດ​ປະຕູ​ຄືນ​ໃໝ່, ​ເພື່ອຮັບ​ໃຊ້​ຄວາມ​ຕ້ອງການຫົດ​ນ້ຳ, ບົວລະບັດ​ຕົ້ນ​ກາ​ເຟ.

ຂ່າວ/ບົດ​ອື່ນ