ການເຄື່ອນໄຫວແທດຈິງຫຼາຍຢ່າງສະເຫຼີມສະຫຼອງວັດມໍລະດົກຫວຽດນາມ

ການເຄື່ອນໄຫວແທດຈິງຫຼາຍຢ່າງສະເຫຼີມສະຫຼອງວັດມໍລະດົກຫວຽດນາມ - ảnh 1
(ພາບ​ປະ​ກອບ)

(vovworld) -​ຕອ​ນ​ເຊົ້າ​ວັນ​ທີ 23/11, ຢູ່​ບ້ານ​ວັດ​ທະ​ນະ​ທຳ - ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຫວຽດ​ນາມ, ກະ​ຊວງວັດ​ທະ​ນະ​ທຳ - ກິ​ລາ ແລະ ທ່ອ​ງ​ທ່ຽວ ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ບາງ​ທ້​ອງ​ຖິ່ນ ໄດ້​ຈັດ​ພິ​ທີ​ອັດ​​ສັບ​ພະ​ດາ “ມະ​ຫາ​ສາ​ມັກ​ຄີ​ບັນ​ດາ​ເຜົ່າ - ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ” ແລະ ງານ​ພົບ​ປະ​ແລກ​ປ່ຽນ​ສະ​ເຫຼີມ​ສະ​ຫຼອງວັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ (23/11). ການ​ເຄື່ອນ​ໄຫວ​ເຊິ່ງ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 – 23/11, ​ໄດ້​ດຶງ​ດູດ​ແຂກ​ຢ້ຽມ​ຊົມ​ກວ່າ 22.000 ເທື່ອ​ຄົນ, ວັນ​ມໍ​ລະ​ດົກ​ແມ່ນ​ເຫດ​ການ​ເຊື່ອມ​ຕໍ່, ເຊີດ​ຊູ​ບັນ​ດາ​ຄຸນ​ຄ່​າ​ວັດ​ທະ​ນະ​ທຳ​ພິ​ເສດ, ຢືນ​ຢັນ​ນ້ຳ​ໃຈ​​ມະ​ຫາສາ​ມັກ​ຄີ​ຂອງ​ບັນ​ດາ​ເຜົ່າ. ເຂົ້າ​ຮ່ວມ​ສັບ​ປະ​ດາ “ມະ​ຫາ​ສາ​ມັກ​ຄີ​ບັນ​ດາ​ເຜົ່າ - ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ”, ທ່ານ ຫງວຽນ​ແທງ​ຫາຍ, ຢູ່​ນະ​ຄອນ​ເກີນ​ເທີ ແບ່ງ​ປັນ​ວ່າ.

      “​ການ​ຈັດ​ຕັ້ງສັບ​ປະ​ດາ​ວັດ​ທະ​ນະ​ທຳ​ນີ້​ມີເອ​ກະ​ລັກ​ສະ​ເພາະ ແລະ ມີ​ຄວາມ​ໝາຍ, ຍ້ອນ​ຜ່ານ​ກາ​ນ​ເຄື່ອນ​ໄຫວນີ້, ບັນ​ດາ​ແຂວງ, ນະ​ຄອນ​ທາງ​ພາກ​ເໜືອ, ພາກ​ກາງ, ພາກ​ໃຕ້ ມີ​ເງື່ອນ​ໄຂ​ເພື່ອ​ໂຄ​ສະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕົນ. ຜ່ານນັ້ນ​ໄດ້​ພົບ​ປະແລກ​ປ່ຽນ, ຮໍ່​າ​ຮຽນ​ເຊິ່ງ​ກັນ ແລະ ກັນ ເພື່ອ​ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ​ຂອງ​ບັນ​ດາ​ເຜົ່າ​ກວ່າ​ອີກ”.

      ແລະ​ກໍ​ທີ່​ຮ່າ​ໂນ້ຍ, ວັນ​ທີ 23/11, ໄດ້​ດຳ​ເນີນກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ​ສາ​ກົນ “ອ​ະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ໂລກ, ສັງ​ເກດ​ຈາກ​ພະ​ລາ​ຊະ​ວັງ ທັງ​ລອງ”.

      ແລະ​ກໍ​ໃນ​ວັນ​ດຽວ​ກັນ, ແຂວງ ຟຸ໋​ທໍ້ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 10 ປີ​ແຫ່ງວັນ​ມ​ໍ​ລະ​ດົກ​ວັດ​ທະ​ນະ​ທ​ຳ​ຫວຽດ​ນາມ ແລະ ມອບ​ນາມ​ມະ​ຍົດ “ນັກ​ສິ​ລະ​ປະ​ຂັບ​ຊວານ ຟຸ໋​ທໍ້” ປີ 2015.

ຂ່າວ/ບົດ​ອື່ນ