ການເຄື່ອນໄຫວແຜ່ບໍລິຈາກເງິນເພື່ອຊ່ວຍເຫຼືອປະຊາຊົນເຂດປະສົບກັບໄພນ້ຳຖ້ວມ

(VOVWORLD) -   ໃນຊຸມມື້ທີ່ຜ່ານມາ, ຝົນຕົກໜັກ ແລະ ໄພນ້ຳຖ້ວມຄັ້ງປະຫວັດສາດໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 102 ຄົນ, ເຮືອນຊານນັບພັນຫຼັງຖືກພັງເຈື່ອນ ແລະ ເປເພ, ຄັນຄູ່ຢູ່ຫຼາຍທ້ອງຖິ່ນຖືກແຕກ
ການເຄື່ອນໄຫວແຜ່ບໍລິຈາກເງິນເພື່ອຊ່ວຍເຫຼືອປະຊາຊົນເຂດປະສົບກັບໄພນ້ຳຖ້ວມ - ảnh 1 ສູນກາງແນວໂຮມປະເທດຊາດຫວຽດນາມ ກໍໄດ້ຈັດພິທີປຸກລະດົມແຜ່ບໍລິຈາກເງິນເພື່ອຊ່ວຍເຫຼືອປະຊາຊົນເຂດປະສົບກັບໄພນ້ຳຖ້ວມ

ດ້ວຍຈິດໃຈຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ພະນັກງານ, ລັດຖະກອນ, ພາລະກອນຂະແໜງການຕ່າງໆຂັ້ນສູນກາງ ໄດ້ແຜ່ບໍລິຈາກເງິນຢ່າງໜ້ອຍຜູ້ລະເງິນເດືອນມື້ໜຶ່ງເພື່ອສະໜັບສະໜູນ, ແບ່ງເບົາຄວາມເສຍຫາຍກັບປະຊາຊົນເຂດປະສົບກັບໄພນ້ຳຖ້ວມຢ່າງທັນການ.

ຕອນເຊົ້າວັນທີ 16 ຕຸລາ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກໍໄດ້ຈັດພິທີປຸກລະດົມແຜ່ບໍລິຈາກເງິນເພື່ອຊ່ວຍເຫຼືອປະຊາຊົນເຂດປະສົບກັບໄພນ້ຳຖ້ວມແກ້ໄຂຜົນເສຍຫາຍຈາກໄພນ້ຳຖ້ວມ. ໃນຂະນະດຽວກັນ, , ຄະນະໂຄສະນາສຶກສາສູນກາງພັກ, ຄະນະວຽກງານການເມືອງພາຍໃນສູນກາງກໍໄດ້ ຈັດພິທີປຸກລະດົມແຜ່ບໍລິຈາກເງິນເພື່ອຊ່ວຍເຫຼືອປະຊາຊົນເຂດປະສົບກັບໄພນ້ຳຖ້ວມແກ້ໄຂຜົນເສຍຫາຍຈາກໄພນ້ຳຖ້ວມເຊັ່ນດຽວກັນ.

        ໃນຕອນບ່າຍວັນດຽວກັນ, ວິທະຍຸກະຈາຍສຽງຫວຽດນາມໄດ້ມອບເງິນຈຳນວນ 502 ລ້ານດົງໂດຍບັນດາພະນັກງານ, ນັກຂ່າວ, ບັນນາທິການພາຍໃນວິທະຍຸໄດ້ແຜ່ລິຈາກເພື່ອຊ່ວຍເຫຼືອປະຊາຊົນເຂດປະສົບກັບໄພນ້ຳຖ້ວມແກ້ໄຂຜົນເສຍຫາຍຈາກໄພນ້ຳຖ້ວມ ໂດຍຜ່ານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ