ການເຄື່ອນໄຫວແຜ່ບໍລິຈາກເພື່ອສະຫນັບສະຫນູນປະຊາຊົນພາກກາງຫວຽດນາມທີ່ຖືກເສຍຫາຍຍ້ອນພາຍຸ Doksuri ກໍ່ຂຶ້ນ

(VOVWORLD) -ພາຍຸ Doksuri ແມ່ນພາຍຸແຮງກວ່າໝູ່ໃນຮອບເວລາ 10 ປີຜ່ານມາໄດ້ພັດເຂົ້າພາກກາງຫວຽດນາມ
ການເຄື່ອນໄຫວແຜ່ບໍລິຈາກເພື່ອສະຫນັບສະຫນູນປະຊາຊົນພາກກາງຫວຽດນາມທີ່ຖືກເສຍຫາຍຍ້ອນພາຍຸ Doksuri ກໍ່ຂຶ້ນ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ອະດີດເລຂາທິການໃຫຍ່ ເລຂາຟຽວ ແລະ ອະດີດເລຂາທິການໃຫຍ່ ນົງດຶກແມ້ງ ເຂົ້າຮ່ວມການແຜ່ບໍລິຈາກ (ພາບ: TTXVN) 

ວັນທີ 20 ກັນຍາ, ທີ່ຮ່າໂນ້ຍ, ຫ້ອງວ່າການສູນກາງພັກ ຫວຽດນາມ ຈັດຕັ້ງການແຜ່ບໍລິຈາກສະໜັບສະໜູນພໍ່ແມ່ປະຊາຊົນພາກກາງຖືກເສຍຫາຍຍ້ອນພາຍຸ Doksuri. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ພ້ອມດ້ວຍບັນດາພະນັກງານ, ພາລະກອນ ແລະ ຜູ້ອອກແຮງງານຂອງຫ້ອງວ່າການສູນກາງພັກເຂົ້າຮ່ວມ ແລະ ແຜ່ບໍລິຈາກເງິນກ່ວາ 400 ລ້ານດົ່ງ ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ເພື່ອແນໃສ່ຟື້ນຟູການຜະລິດ ແລະ ນຳຊີວິດກັບຄືນສູ່ປົກກະຕິໂດຍໄວ.

        ຕອນບ່າຍວັນທີ 20 ກັນຍາ, ທີ່ສຳນັກງານສະພາແຫ່ງຊາດ, ກຳມະບານຫ້ອງວ່າການສະພາແຫ່ງຊາດຈັດຕັ້ງພິທີປຸກລະດົມແຜ່ບໍລິຈາກສະໜັບສະໜູນພໍ່ແມ່ປະຊາຊົນພາກກາງແກ້ໄຂຜົນຮ້າຍຂອງພາຍຸ Doksuri. 

ການເຄື່ອນໄຫວແຜ່ບໍລິຈາກເພື່ອສະຫນັບສະຫນູນປະຊາຊົນພາກກາງຫວຽດນາມທີ່ຖືກເສຍຫາຍຍ້ອນພາຍຸ Doksuri ກໍ່ຂຶ້ນ - ảnh 2

 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກແລະບັນດາທ່ານຮອງນາຍົກລັດຖະມົນຕີ ບໍລິຈາກເງິນຊ່ວຍເຫລືອປະຊາຊົນພາກກາງ

ຕອນເຊົ້າວັນທີ 20 ກັນຍາ, ຫ້ອງວ່າການລັດຖະບານ ໄດ້ຈັດຕັ້ງການແຜ່ບໍລິຈາກເງິນສະຫນັບສະຫນູນປະຊາຊົນບັນດາແຂວງ ພາກກາງ ເພື່ອແກ້ໄຂຜົນຮ້າຍຢ້ອນຫລັງຍ້ອນ ພາຍຸ Doksuri ກໍ່ຂຶ້ນ ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ບັນດາທ່ານຮອງນາຍົກລັດຖະມົນຕີ. ພາຍຸ Doksuri ແມ່ນພາຍຸລູກແຮງກວ່າໝູ່ໃນຮອບເວລາ 10 ປີຜ່ານມາໄດ້ພັດເຂົ້າພາກກາງຫວຽດນາມ, ເຮັດໃຫ້ 8 ຄົນເສຍຊີວິດ, 215 ຄົນຖືກຮັບບາດເຈັບ ແລະ ກໍ່ຄວາມເສຍຫາຍຢ່າງຫນັກຫນ່ວງກ່ຽວກັບຊັບສິນລວມມູນຄ່າ 11 ຕື້ດົງ.

ຕອບກັບ

ຂ່າວ/ບົດ​ອື່ນ