ການເຄື່ອນໄຫວໃນ Festival ເຫ້ວ 2012

ການເຄື່ອນໄຫວໃນ Festival ເຫ້ວ 2012 - ảnh 1
ການສະແດງຊຸດອາພອນປະຈຳເຜົ່າ
(ພາບ: ktdt.com.vn)

(vovworld) - ​ໂດຍ​ສືບ​ຕໍ່​ການ​​ເຄື​່ອນ​ໄຫວ​ຕ່າງໆ​ຂອງ Festival ​ເຫ້ວ 2012, ວັນ​ທີ 12/4, ພ້ອມ​ກັບ​ການສະ​ແດງ​ສິລະ​ປະ​ຂອງ​ບັນ​ດາ​ຄະນະ​ສິລະ​ປະກອນຢູ່​ສະຖານ​ທີ່​ຕ່າງໆ​ໃນ​ບໍລິ​ເວນ​ແຂວງ ​ເທື່ອ​ທຽນ​ເຫ້ວ, ຕອນ​ຄ່ຳ​ວັນ​ທີ 12/4, ຢູ່​ແຄມ​ແມ່​ນ້ຳ​ເຮືອງ ຕໍ່ໜ້າ​ປະຕູ​ໂຂງ ຫງໍ້​ມົນ, ນະຄອນ​ເຫ້ວ, ​​ໄດ້​ຈັດ​ລາຍການສະ​ແດງ​ລະຄອນ “​ Thien ha thai binh”.

​ແລະ​ກໍ​ໃນ​ຕອນ​ຄ່ຳວັນ​ດຽວ​ກັນ, ຢູ່ບັນດາ​ເວທີ​ສະ​ແດງ​ໃນ​ພະລາດ​ຊະ​ວັງ​ເກົ່າເຫ້ວ ກໍ່​ຈັດ​ບັນດາ​ລາຍການຂັບ​ລຳ​ທຳ​​ເພັງ​ຂອງ​ຄະນະ​ສິລະ​ປະກອນຕ່າງໆ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ.

ຢູ່​ວັງ​ເກົ່າ ​ໄທ​ຮ່ວາ ຂຶ້ນ​ກັບພະລາດ​ຊະ​ວັງ​ເກົ່າ​ເຫ້ວ ກໍ່​ຈັດ​ຕັ້ງ​ລາຍການ “ຄ່ຳ​ຄືນ​ຝ່າຍຕາ​ເວັນ​ອອກ”. ລາຍການ “ຄ່ຳ​ຄືນ​ຝ່າຍ​ຕາ​ເວັນ​ອອກ” ​ນີ້​ແມ່ນ​ລາຍການ​ສະ​ແດງ​ຊຸດ​ອາພອນ​ປະຈຳ​ເຜົ່າ​ຕ່າງໆ​ຂອງ​ບັນດາ​ປະ​ເທດ​ອາຊີ​ຄື:  ຍີ່​ປູ່​ນ, ສ ​ເກົາຫຼີ, ​ໂມງ​ກົນ, ອິນ​ເດຍ, ​ໄທ, ກຳປູ​ເຈຍ, ຟິລິບ​ປິນ ​ແລະ ຫວຽດນາມ.

ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ Festival ​ເຫ້ວ 2012 ​​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ເອ້ືອຍ Charlotte, ນັກ​ສິລະ​ປິ​ນມາ​ຈາກ ຝຣັ່ງ​ໃຫ້​ຮູ້​ວ່າ:

“​ເຫ້ວມີ Festival ຄື​ແນວ​ນີ​ແມ່ນ​ພິ​ເສດ​ທີ່​ສຸດ. ຂ້າພະ​ເຈົ້າ​ມາ​ແຫ່ງ​ນີ້​ເພື່ອ​ສະ​ແດງ​ສິລະ​ປະ ​ແລະ ຂ້າພະ​ເຈົ້າ​ກໍ​ໄດ້​ມີ​ໂອກາດ​ເຂົ້າ​ເຖິງ​ວັດທະນະທຳ​ຫວຽດນາມ, ບັນດາ​ວາດ​ຟ້ອນ​ຫວຽດນາມ​ແມ່ນ​ງາມ​ຫຼາຍ. ຂ້າພະ​ເຈົ້າ​ມີ​ຄວາມ​ຜາ​ສຸກ​ເມື່ອ​ມີໜ້າ​ຢູ່ Festival. ນີ້​ແມ່ນ​ບັນຍາກາດ​ສະຫງວນ​​ແກ່​ວັດທະນະທຳ​ຫວຽດນາມ. ຢູ່​ປະ​ເທດ​ຝຣັ່ງ, ຂ້າພະ​ເຈົ້າ​ໄດ້​ມີໂອກາດ​ຮັບ​ຊົມ​ບັນດາ​ລາຍການ​ຂອງ​ຫວຽດນາມ. ຂ້າພະ​ເຈົ້າ​​ເຄິຍ​ໄດ້​ຮັບ​ຊົມ​ການ​ຕີ​ກອງ ​ແລະ ຟ້ອນ​ສິງ​ໂຕ ​ແຕ່​ການສະ​ແດງ​ຢູ່​ແຫ່ງ​ນີ້​ຍັງ​ບໍ່​ທັນ​ໄດ້​ຮັບ​ຊົມ​ເທື່ອ. ມ່ວນ​ຫຼາຍ. ພວກ​ເຮົາ​ສາມາດ​ເບິ່ງ​ຜ່ານ​ເຄືອ​ຂ່າຍ​ອີ​ນ​ເຕີນ​ເນັດ​ກໍ່​ໄດ້ ​ແຕ່​ວ່າ​ຈະ​ບໍ່​ມ່ວນ​ຄື​ໄດ້​ຮັບ​ຊົມ​ຕົວ​ຈິງ​ຄື​ແນວ​ນີ້.”

ຂ່າວ/ບົດ​ອື່ນ