ການເຄື່ອນໄຫວໃນວັນບຸນໄຫວ້ພະຈັນຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍ

(VOVWORLD) - ໃນຊຸມວັນນີ້, ຢູ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນການເຄື່ອນໄຫວຕ້ອນຮັບວັນບຸນໄຫວ້ພະຈັນຢ່າງຟົດຟື້ນ ມ່ວນຊື່ນ ແລະ ມີຄວາມໝາຍຫຼາຍຢ່າງ. 
ການເຄື່ອນໄຫວໃນວັນບຸນໄຫວ້ພະຈັນຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍ - ảnh 1 ພວກນ້ອງນ້ອຍ ໄດ້ເຫັນປະຈັກຕາວິທີເຮັດໂຄມໄຟ

ຢູ່ຖະໜົນປື້ມ ຫງວຽນວັນບີ່ງ, ເມືອງ 1, ບັນດາການເຄື່ອນໄຫວຕ່າງໆໄດ້ດຶງດູດນ້ອງນ້ອຍ, ເຍົາວະຊົນ, ອະນຸຊົນຄື: ແຕ້ມຮູບ, ທາສີ, ເຮັດໂຄມໄຟ ແລະ ປະດັບປະດາໂຄມໄຟ…

        ດ້ວຍຫົວຂໍ້ວ່າ “ວິວັດການເຊື່ອມຕໍ່ຄວາມຮັກແພງ”, ວັນທີ 4 ຕຸລາ, ຢູ່ສູນວັດທະນະທຳເມືອງ ດັກຊອງ, ຄະນະກຳມະການປະຊາຊົນເມືອງ ດັກຊອງ, ແຂວງ ດັກນົງ, ໄດ້ຈັດຕັ້ງລາຍການຕ້ອນຮັບບຸນໄຫວ້ພະຈັນ 2017 ໃຫ້ແກ່ພວກນ້ອງອະນຸຊົນ, ເຍົາວະຊົນ ແມ່ນນັກຮຽນ ໂຮງຮຽນອະນຸບານ, ໂຮງຮຽນປະຖົມທີ່ເປັນເປົ້າໝາຍປະສົບກັບຄວາມຫຍຸ້ງຍາກໃນບໍລິເວນເມືອງ. ເອື້ອຍ ຟ້າມທິຊູຍ, ເມືອງ ດັກຊອງ, ແບ່ງປັນວ່າ:

        “ຄອບຄົວຂ້າພະເຈົ້າແມ່ນນອນໃນເປົ້າໝາຍປະສົບກັບຄວາມຫຍຸ້ງຍາກ ດັ່ງນັ້ນ, ເມື່ອໄດ້ຮັບຂອງຂວັນໃນມື້ນີ້ພວກນ້ອງມີຄວາມພາກພູມໃຈທີ່ສຸດ, ພວກຫຼານເບີກບານມ່ວນຊື່ນຫຼາຍ. ຫວັງວ່າ ໃນປີໜ້າ, ພວກຫຼານສືບຕໍ່ໄດ້ຮັບການສະໜັບສະໜູນເພື່ອໃຫ້ບຸນໄຫວ້ພະຈັນຂອງ ພວກຫຼານມີຄວາມມ່ວນຊື່ນກ່ວາ ແລະ ມີຄວາມໝາຍກ່ວາອີກ.”

        ແລະກໍ່ໃນຊຸມວັນນີ້, ຄະນະປະຕິບັດງານຂອງຄະນະກຳມະການປະຊາຊົນ ແຂວງເລີມດົ່ງ ໄດ້ສົມທົບກັບພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມແຂວງ ໄດ້ໄປ ສູນອຸປະກະລະສັງຄົມ, ບ້ານເດັກກຳພ້າ ຢູ່ເມືອງ ດ້າຮວາຍ, ດືກຈ້ອງ ແລະ ນະຄອນ ດາລາດ ຈັດຕັ້ງຄ່ຳຄືນວັນໄຫວ້ພະຈັນ ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ