ການເຈລະຈາ 4 ຝ່າຍຢູ່ເຊີແນວບັນລຸຂໍ້ຕົກລົງກ່ຽວກັບ ຢູ​ແກຼນ

ການເຈລະຈາ 4 ຝ່າຍຢູ່ເຊີແນວບັນລຸຂໍ້ຕົກລົງກ່ຽວກັບ ຢູ​ແກຼນ  - ảnh 1
ກອງ​ປະຊຸມ 4 ຝ່າຍ​ທີ່​ຈັດ​ຂຶ້ນ​ຢູ່​ເຊີ​ແນ​ວ ປະ​ເທດ​ສະ​ວິດ​
(ພາບ: AP)

(vovworld)- ​ເມື່ອ​ສິ້ນ​ສຸດ​ກອງ​ປະຊຸມ 4 ຝ່າຍ​ທີ່​ຈັດ​ຂຶ້ນ​ຢູ່​ເຊີ​ແນ​ວ ປະ​ເທດ​ສະ​ວິດ​ໃນ​ຕອນ​ຄ່ຳ​ວັນ​ທີ 17/4 ຕາມ​ເວລາ​ຫວຽດນາມ, ຜູ້ຕາງໜ້າ​ລັດ​ເຊຍ, ອາ​ເມ​ລິ​ກາ, ສະຫະພາບ​ເອີ​ລົບ (EU) ​ແລະ​ລັດຖະບານ​ຊົ່ວຄາວ ຢູ​ແກຼນໄດ້​ເຫັນ​ດີ​ເປັນ​​ເອກະສັນຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ​ກຳນົດ​ບັນດາ​ບາດກ້າວ​ເດີນ​ລະອຽດ​ທຳ​ອິດ​ແນ​ໃສ່​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶ່ງ​ຢູ່ ຢູ​ແກຼນ ດ້ວຍ​ເນື້ອ​ໃນ​ຕົ້ນຕໍ 7 ປະການ.

    ຕາມ​ນັ້ນ​ແລ້ວ, ທຸກໆ​ຝ່າຍ​ຄວນ​ຫຼີກ​ເວັ້ນທຸກ​ການ​ກະທຳ​ໃຊ້​ກຳລັງ​ອາວຸດ, ນາບ​ຂູ່​ຫຼື​ເກາະ​ຜິດ. ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເດັດ​ດຽວ​ກ່າວ​ປະນາມ ​ແລະ ປະຕິ​ເສດ​ທຸກໆ​ປະກົດ​ການ​ໃຊ້​ຄວາມ​ຮຸນ​ແຮງ, ຈຳ​ແນ​ກ​ເຊື້ອ​ຊາດ​ຜິວ​ພັນ​, ສາ​ສະ​ໜາ. ທຸກໆ​ກຸ່ມ​ປະກອບ​ອາວຸດ​ຜິດ​ກົດໝາຍ​ແມ່ນ​ຕ້ອງ​ວາງ​ອາວຸດ, ບັນດາ​ຕຶກ​ອາຄານ​ຖືກ​ຢຶດຄອງຜິດ​ກົດໝາຍ​ແມ່ນ​ຕ້ອງ​ຖືກ​ສົ່ງ​ຄືນໃຫ້​ເຈົ້າຂອງ ຢ່າງຖືກຕ້ອງ​ຕາມ​ກົດໝາຍ, ບັນດາ​ຖະໜົນ​ສາຍ​ຕ່າງໆ, ສະໜາມ​ຫຼວງ ​ແລະ ບັນດາ​ສະຖານ​ທີ່​ສາທາລະນະ​ອື່ນໆ​ຖືກ​ຢຶດຄອງ​ຢ່າງ​ຜິດ​ກົດໝາຍ​ຢູ່​ບັນດາ​ນະຄອນ, ​ແລະ​ເຂດ​ຊຸມ​ຊົນ​ຂອງຢູ​ແກຼນ ຕ້ອງ​ໄດ້​ຮັບ​ການ​ປົດ​ປ່ອຍ. ຄຳ​ສັ່ງ​ອະ​ໄພ​ຍະ​ໂທດ​ຈະ​ຕ້ອງ​ຮັບປະກັນ​ໃຫ້ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ອອກ​ຈາກ​ບັນດາ​ຕຶກ​ອາຄານ, ກິດຈະກຳ​ສາທາລະນະ​ອື່ນໆ ​ແລະ ມອບ​ອາວຸດ. ບັນດາ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ໃຫ້​ຄະນະ​ຕິດຕາມ​ກວດກາ​ພິ​ເສດ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື​ເອີ​ລົບ OSCE ຕ້ອງ​ສວມ​ບົດບາດນຳ​ໜ້າ​ໃນ​ການ​ໜູນ​ຊ່ວຍ ຢູ​ແກຼນ ​ແລະ ບັນດາ​ປະຊາ​ຄົມ​ທ້ອງ​ຖິ່ນ ຈົ່ງ​ປະຕິບັດ​ບັນດາ​ມາດ​ຕະການ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ບັນດາ​ເຂດ​ໂດຍ​ຈຳ​ເປັນ​ກ່ວາ​ໝູ່​ໃນ​ຊຸມ​ມື້​ທີ່​ຈະ​ມາ​ເຖິງ....

   ບັນດາຝ່າຍ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສ້າງ​ສະຖຽນ​ລະ​ພາບ​ທາງ​ດ້ານ​ເສດຖະກິດ ​ແລະ ການ​ເງິນ​ຢູ່ ຢູ​ແກຼນ, ພ້ອມ​ແລ້ວ​ທີ່​ຈະ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ໜູນ​ຊ່ວຍ​ເພີ່ມ​ເຕີມ​ໃນ​ຂອບ​ເຂດ​ປະຕິບັດ​ບັນດາ​ບາດກ້າວ​ເດີມ​ທີ່​ໄດ້​ຖືກ​ຍົກ​ອອກ​ມາ.

ປະຊາ​ຄົມ​ສາກົນ​ຮຽກ​ຮ້ອງ​ປະຕິບັດ​ຂໍ້​ຕົກລົງ ​ເຊີ​ແນວ​ກ່ຽວ​ກັບ​ຢູ​ແກຼນ

ພາຍຫລັງ​ ລັດ​ເຊຍ, ອີ​ຢູ ​ແລະ ຢູ​ແກຼນ ບັນລຸ​ໄດ້​ຂໍ້​ຕົກລົງ ​ເພື່​ອ​ແກ້​ໄຂ​ວິ​ກິດ​ການ​ຢູ່ ຢູ​ແກຼນ, ຫລາຍ​ປະ​ເທດ ​ແລະ ອົງການ​ສາກົນ ​ໄດ້​ຊົມ​ເຊີຍ​ຂໍ້​ຕົກລົງ​ນີ້ ​ແລະ ​ເນັ້ນ​ຫນັກ​​ຢ່າງ​ແຮງ​ເຖິງ​ການ​ເຄົາລົບ​ຂໍ້​ຕົກລົງນີ້.

ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon ປາດ​ຖະຫນາ​ຢາກ​ບັນດາ​ຝ່າຍ​ ປະຕິບັດຢ່າງ​ເຂັ້ມ​ງວດ​ບັນດາ​ມາດ​ຕະການ​ທີ່​ວາງ​ອອກ​ໃນ​ຂໍ້ຕົກລົງ ​ເຊີ​ແນວ.

ທ່ານ Sergei Lavrov, ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ຖື​ວ່າ: ທຸກປະ​ເທດ​ລ້ວນ​ແຕ່​ຕ້ອ​ງ​ເຄົາລົບ​ການ​ເລືອກ​ເຟັ້ນ​ເປັນກາງ​ຂອງ ຢູ​ແກຼນ. ສ່ວນ​ບັນດາ​ລັດຖະມົນຕີ ອັງກິດ, ​ເຢຍລະ​ມັນ, ອີ​ຕາ​ລີ ​ແລະ ​ໂຄສົກ Nato ກໍ​ຊົມ​ເຊີຍ​ໝາກຜົນ​ການ​ເຈລະຈາ 4 ຝ່າຍ​ຢູ່ ​ເຊີ​ແນວ ກ່ຽວ​ກັບ​ຢູ​​ແກຼນ ​ແລະ ຖື​ວ່າ ນີ້​ແມ່ນ​ບາດ​ລ້ຽວ​ໃຫ້​ແກ່​ວິ​ກິດ​ການ ຢູ​ແກຼນ ​ແລະ ​ເນັ້ນ​ຫນັກ​ວ່າ ບັນດາ​ຝ່າຍ​ຄວນ​ປະຕິບັດ​ຂໍ້​ຕົກລົງ​ນີ້​​ໂດຍ​ໄວ.

ຂ່າວ/ບົດ​ອື່ນ