ການເຈລະຈາ Brexit ຖືກໂຈະໄວ້ຍ້ອນມີສະມາຊິກໃນຄະນະຕິດເຊື້ອພະຍາດໂຄວິດ-19

(VOVWORLD) -2 ຄະນະເຈລະຈາຈະສືບຕໍ່ປະຕິບັດວຽກງານໃຫ້ຖືກຕ້ອງຕາມແຜນການທີ່ໄດ້ວາງອອກ.

ການເຈລະຈາ Brexit ຖືກໂຈະໄວ້ຍ້ອນມີສະມາຊິກໃນຄະນະຕິດເຊື້ອພະຍາດໂຄວິດ-19 - ảnh 1

ທ່ານ Michel Barnier, ຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ

(ພາບ: THX/TTXVN)

ວັນທີ 19 ພະຈິກ, ທ່ານ Michel Barnier, ຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ (ອີຢູ) ກ່ຽວກັບບັນຫາ Brexit ໄດ້ອອກຖະແຫຼງການຢຸດຕິບັນດາການເຈລະຈາກັບຄູ່ຮ່ວມຕຳແໜ່ງອັງກິດ ທ່ານ David Frost ໃນໄລຍະສັ້ນ, ພາຍຫຼັງມີສະມາຊິກຜູ້ໜຶ່ງໃນຄະນະເຈລະຈາຂອງອີຢູ ຕິດເຊື້ອພະຍາດໂຄວິດ-19.

        ໃນແຈ້ງການ, ທ່ານ Michel Barnier ຊີ້ແຈ້ງວ່າ, 2 ຄະນະເຈລະຈາຈະສືບຕໍ່ປະຕິບັດວຽກງານໃຫ້ຖືກຕ້ອງຕາມແຜນການທີ່ໄດ້ວາງອອກ. ທ່ານ David Frost, ຫົວໜ້າຄະນະເຈລະຈາອັງກິດ ກໍ່ໄດ້ຢັ້ງຢືນແຈ້ງການດັ່ງກ່າວໃນ Twitter ຂອງຕົນ.

        ແລະກໍ່ໃນວັນດຽວກັນ, ທ່ານ Tytti Tuppurainen, ລັດຖະມົນຕີຜູ້ຮັບຜິດຊອບບັນດາບັນຫາເອີລົບ ຂອງແຟງລັງ ຖືວ່າ, ການເຈລະຈາລະຫວ່າງອີຢູ ແລະ ອັງກິດ ກ່ຽວກັບ Brexit ພວມຢູ່ໃນໄລຍະສຳຄັນ ແລະ ທັງ 2 ຝ່າຍຍັງສາມາດບັນລຸໄດ້ຂໍ້ຕົກລົງຮອບດ້ານ ແລະ ດຸ່ນດ່ຽງເຖິງວ່າມີຄວາມກົດດັນຈາກການກຳນົດເວລາຫຼາຍກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ