ການເຈລະຈາ ”ທົ່ງພຽງແມ່ນ້ຳຂອງດຶງດູດການລົງທຶນພັດທະນາ”

ການເຈລະຈາ ”ທົ່ງພຽງແມ່ນ້ຳຂອງດຶງດູດການລົງທຶນພັດທະນາ” - ảnh 1
ໂຄງປະກອບເສດຖະກິດເຂດທົ່ງພຽງແມ່ນ້ຳຂອງພວມຫັນປ່ຽນຕາມທິດຕັ້ງໜ້າ

(vovworld) – ​ໃນ​ການ​ເຈລະຈາ​ດ້ວຍ​ຫົວ​ຂໍ້​ວ່າ: ”ທົ່ງພຽງ​ແມ່​ນ້ຳຂອງ​ດຶງ​ດູດ​ການ​ລົງທຶນ​ໃຫ້​ແກ່​ການ​ພັດທະນາ” ​ເຊິ່ງຈັດ​ຂຶ້ນ​ຢູ່ ​ເກິ່ນ​ເທ ​ໃນ​ວັນ​ທີ 24/3 ນັ້ນ, ບັນດາ​ແຂກ​ຖືກ​ເຊີນ​ໄດ້​ຍົກ​ອອກ​ຫຼາຍ​ມາດ​ຕະການ​ອັນ​ລະອຽດ, ຄົບ​ຊຸດ, ຮອບດ້ານ ​ເພື່ອ​ສືບ​ຕໍ່​​ເຮັດ​ໃຫ້ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ Nguyen Phong Quang ຮອງ​ຫົວໜ້າ​ຄະນະ​ປະຈຳ​ຄະນະ​ຊີ້​ນຳ​ທິດຕາ​ເວັນ​ຕົກ​ຂອງ​ພາກ​ໃຕ້​ໃຫ້​ຮູ້​ວ່າ:

        ”​ໃນ​ໄລຍະ 2011 – 2020 ​ແມ່ນ​ສຸມ​ໃສ່​ກໍ່ສ້າງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ໃຫ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ເຂດ​ເສດຖະກິດ​ຈຸດ​ສຸມ, ມີ​ຄວາມ​ຂະຫຍັນ​ຂັນ​ເຂື່ອນ​ຂອງ​ທົ່ວ​ປະ​ເທດ ດ້ວຍ​ລະດັບ​ພັດທະນາ​ເສດຖະກິດ​ສູງ, ມີ​ປະສິດທິ​ຜົນ ​ແລະ​ ໝັ້ນຄົງ, ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ, ​ເປັນ​ເຈົ້າ​ການ​ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປະຕິບັດ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາດ​ໃຫ້​ດີ, ພ້ອມ​ທັງ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ​ຂຶ້ນ, ພິ​ເສດ​ແມ່ນ​ຊາວ​ຊົນ​ເຜົ່າ​ຢູ່​ໃນ​ເຂດ”.

 

ຂ່າວ/ບົດ​ອື່ນ