ການ​ເຈ​ລະ​ຈາ ນິວ​ເຄຼຍ ອີ​ຣານ ຈະ​ບັນ​ລຸ​ບາດ​ກ້າວ​ເດີນ​ທີ່​ສຳ​ຄັນ

(VOVWORLD) -ທ່ານ Mikhail Ulyanov ຖືວ່າ ອີຣານ ຍັງບໍ່ພ້ອມທີ່ຈະເຈລະຈາໂດຍກົງກັບ ອາເມລິກາ ແຕ່ບັນດາຝ່າຍອາດຈະບັນລຸໄດ້ຂໍ້ຕົກລົງໃນກາງອາທິດໜ້ານີ້.
ການ​ເຈ​ລະ​ຈາ ນິວ​ເຄຼຍ ອີ​ຣານ ຈະ​ບັນ​ລຸ​ບາດ​ກ້າວ​ເດີນ​ທີ່​ສຳ​ຄັນ - ảnh 1ທ່ານ Mikhail Ulyanov ຫົວໜ້າຄະນະນັກເຈລະຈາຂອງລັດເຊຍ  (ພາບ:  IRNA/TTXVN)

ວັນທີ 4 ມີນາ, ທ່ານ Mikhail Ulyanov ຫົວໜ້າຄະນະນັກເຈລະຈາຂອງລັດເຊຍ ທີ່ເຂົ້າຮ່ວມການເຈລະຈາ ກອບກູ້ຂໍ້ຕົກລົງນິວເຄຼຍ ທີ່ລົງນາມໃນປີ 2015 ກັບບັນດາປະເທດມະຫາອຳນາດໃນໂລກ ແລະ ອີຣານ ໃຫ້ຮູ້ວ່າ ບັນດາຝ່າຍອາດຈະບັນລຸໄດ້ຂໍ້ຕົກລົງໃນກາງອາທິດໜ້າ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Mikhail Ulyanov ຖືວ່າ ອີຣານ ຍັງບໍ່ພ້ອມທີ່ຈະເຈລະຈາໂດຍກົງກັບ ອາເມລິກາ ແຕ່ບັນດາຝ່າຍອາດຈະບັນລຸໄດ້ຂໍ້ຕົກລົງໃນກາງອາທິດໜ້ານີ້.

        ໃນວັນດຽວກັນ, ທ່ານ Stephanie Al – Qaq ນັກການທູດ ອັງກິດ ກໍໃຫ້ຮູ້ວ່າ ຂໍ້ຕົກລົງກ່ຽວກັບການກອບກູ້ ເອົາແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ຫຼື ຂໍ້ຕົກລົງນິວເຄຼຍ ອີຣານ “ໃກ້” ຈະບັນລຸໄດ້ແລ້ວ.

        ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir – Abdollahian ໃຫ້ຮູ້ວ່າ: ທ່ານພ້ອມແລ້ວທີ່ຈະເດີນທາງໄປຍັງ ວຽນ ຖ້າຫາກບັນດາຝ່າຍບັນລຸໄດ້ຂໍ້ຕົກລົງກ່ຽວກັບການກອບກູ້ເອົາຂໍ້ຕົກລົງ JCPOA.


ຕອບກັບ

ຂ່າວ/ບົດ​ອື່ນ