ການເຈລະຈາ ລັດເຊຍ - ຢູແກຼນ ສືບຕໍ່ດຳເນີນໄປທາງອອນລາຍ

(VOVWORLD) -ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ເຢຍລະມັນ Olaf Scholz ໄດ້້ເຫັນດີສືບຕໍ່ປະຕິບັດບັນດາການພົບປະກ່ຽວກັບບັນຫາ ຢູແກຼນ ໃນໄລຍະຈະມາເຖິງ.
ການເຈລະຈາ ລັດເຊຍ - ຢູແກຼນ ສືບຕໍ່ດຳເນີນໄປທາງອອນລາຍ - ảnh 1ການເຈລະຈາລະຫວ່າງ ລັດເຊຍ ແລະ ຢູແກຼນ
(ພາບປະກອບ: THX/TTXVN)

ວັນທີ 12 ມີນາ, ໂຄສົກວັງ Kremlin ທ່ານ Dmitry Peskov ໄດ້ແຈ້ງໃຫ້ຊາບກ່ຽວກັບວິວັດທະນາການຂອງການເຈລະຈາ ເພື່ອແກ້ໄຂວິກິດການລະຫວ່າງ ລັດເຊຍ ແລະ ຢູແກຼນ, ກ່ອນນັ້ນ ໄດ້ຈັດຂຶ້ນທາງອອນລາຍຢູ່ ເບລາຣຸດ,  ສືບຕໍ່ໄດ້ຈັດຂຶ້ນແບບທາງໄກ.

ກໍ່ໃນວັນທີ 12 ມີນາ, ພາຍຫຼັງການໂອ້ລົມທາງໂທລະສັບທີ່ແກ່ຍາວເປັນເວລາເກືອບ 2 ຊົ່ວໂມງ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ເຢຍລະມັນ Olaf Scholz ໄດ້້ເຫັນດີສືບຕໍ່ປະຕິບັດບັນດາການພົບປະກ່ຽວກັບບັນຫາ ຢູແກຼນ ໃນໄລຍະຈະມາເຖິງ.

ແຈ້ງການຊື່ມວນຊົນຂອງວັງ Kremlin ໃຫ້ຮູ້ວ່າ, ທີ່ການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ Putin ໄດ້ແຈ້ງໃຫ້ການນຳ ຝລັ່ງ ແລະ ເຢຍລະມັນ ກ່ຽວກັບສະພາບການມະນຸດສະທຳໃນຕົວຈິງ ຢູ່ບັນດາເຂດເຊິ່ງ ລັດເຊຍ ພວມຜັນຂະຫຍາຍການເຄື່ອນໄຫວດ້ານການທະຫານພິເສດຢູ່ Donbass, ທາງທິດຕາເວັນອອກ ຢູແກຼນ. ທ່ານຊີ້ແຈ້ງວ່າ ບັນດາກຳລັງຄວາມໝັ້ນຄົງ ຢູແກຼນ ໄດ້ລະເມີດບັນດາຫຼັກການຂອງກົດໝາຍວ່າດ້ວຍມະນຸດສະທຳຢ່າງຮ້າຍແຮງຄື ຈັບຕົວປະກັນ ແລະ ນຳໃຊ້ສາມັນຊົນເປັນແຜ່ນກຳບັງ, ຈັດວາງອາວຸດປະເພດໜັກຢູ່ບັນດາເຂດພົນລະເມືອງ, ຢູ່ໃກ້ກັບໂຮງໝໍ, ໂຮງຮຽນ… ນອກນັ້ນ, ການເຄື່ອນໄຫວຍົກຍ້າຍພົນລະເມືອງຜ່ານບັນດາແລວທາງມະນຸດສະທຳເຊິ່ງ ລັດເຊຍ ໄດ້ເປີດກໍ່ຖືກກີດຂວາງ.

ການນຳ 3 ປະເທດ ກໍ່ພິຈາລະຈາບາງບັນຫາກ່ຽວຂ້ອງເຖິງຂໍ້ຕົກລົງກ່ຽວກັບການຫັນຄວາມຮຽກຮ້ອງຂອງ ລັດເຊຍ ປະກົດຜົນເປັນຈິງ ແລະ ເຫັນດີສືບຕໍ່ດຳເນີນການພົບປະກ່ຽວກັບບັນດາບັນຫາ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ