ການເຈລະຈາກ່ຽວກັບ ການພົວພັນລະຫວ່າງ ອາຊຽນ - ອົສຕາລີ

ການເຈລະຈາກ່ຽວກັບ ການພົວພັນລະຫວ່າງ ອາຊຽນ - ອົສຕາລີ - ảnh 1
ການ​ເຈລະຈາ “ 40 ປີ​ແຫ່ງ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ -
 ອົດສຕາ​ລີ ​ແລະ ກາລະ​ໂອກາດ​​ໃນ​ໄລຍະ​ຈະ​ມາ​ເຖິງ”
(ພາບ: vietnamplus.vn)


(vovworld) –  ​ເນື່ອ​ງໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ ​ແລະ ອົດສຕາ​ລີ (1974 - 2014), ສະຖານກົງສູນ​ໃຫຍ່​ຫວຽດນາມ​ປະຈຳ​ນະຄອນ Perth ຫາ​ກໍ່​ຈັດ​ຕັ້ງ​ການ​ເຈລະຈາ “ 40 ປີ​ແຫ່ງ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ - ອົດສຕາ​ລີ ​ແລະ ກາລະ​ໂອກາດ​​ໃນ​ໄລຍະ​ຈະ​ມາ​ເຖິງ”. ກ່າວ​ຄຳ​ເຫັນ​ຢູ່​ທີ​່ນີ້, ທ່ານ​ຫົວສະຖານໜ້າ​ກົງ​ສູນ​ໃຫຍ່ຫວຽດນາມ ​ເລວ໋ຽດຢວຽນ ຕີ​ລາຄາ​ສູງ​ບົດບາດ​ຂອງ​ອົດສຕາ​ລີ ​ເປັນຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ ​ແລະ ​ເນັ້ນ​ໜັກ​ວ່າ ​ເລື່ອງ​ປະຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ທ້າຍ​ປີ 2015 ​ໄດ້​ວາງ​ອອກ​ຄວາມ​ຮຽກ​ຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ອົດສຕາ​ລີ ຕ້ອງ​ກະ​ກ່ຽມ​ໃຫ້​ເປັນ​ຢ່າງ​ດີ ​ເພື່ອ​ຍາດ​ແຍ່ງ​ບັນດາ​ກາລະ​ໂອກາດ​ຈາກ​ຕະຫຼາດ​ລວມຂອງ​ອາ​ຊຽນ ທີ່​ມີ​ພົນລະ​ເມືອງ​ກວ່າ 600 ລ້ານ​ຄົນ.

ຂ່າວ/ບົດ​ອື່ນ