ການ​ເຈ​ລະ​ຈາ​ກ່ຽວ​ກັບ​​ຕຳ​ແໜ່ງປະ​ທານ​ຄະ​ນະ​​ກຳ​ມະທິ​ການ ເອີ​ລົບ​ໃນ ອະ​ນາ​ຄົດ

(VOVWORLD) - ທ່ານປະທານ Donald Tuskໃຫ້ຮູ້ວ່າ ບັນດາການປຶກສາຫາລືກັບການນຳລັດຖະສະພາກ່ຽວກັບບັນດາຄວາມສາມາດແຕ່ງຕັ້ງພວມມີຄວາມຄືບໜ້າ.
ການ​ເຈ​ລະ​ຈາ​ກ່ຽວ​ກັບ​​ຕຳ​ແໜ່ງປະ​ທານ​ຄະ​ນະ​​ກຳ​ມະທິ​ການ ເອີ​ລົບ​ໃນ ອະ​ນາ​ຄົດ - ảnh 1 ທ່ານ ປະທານສະພາເອີລົບ Donald Tusk ກ່າວຄຳເຫັນທີ່ການກອງປະຊຸມລັດຖະສະພາ ເອີລົບ (ພາບ: TTXVN)

        ວັນທີ12 ມິຖຸນາ, ທ່ານ ປະທານສະພາເອີລົບ Donald Tusk ໃຫ້ຮູ້ວ່າ ທ່ານໄດ້ເລີ່ມຕົ້ນບັນດາການເຈລະຈາກັບບັນດາການນຳລັດຖະສະພາ ເອີລົບ (EP) ກ່ຽວກັບຕຳແໜ່ງປະທານຄະນະກຳມະທິການ ເອີລົບ (EC). ທ່ານປະທານ Donald Tuskໃຫ້ຮູ້ວ່າ ບັນດາການປຶກສາຫາລືກັບການນຳລັດຖະສະພາກ່ຽວກັບບັນດາຄວາມສາມາດແຕ່ງຕັ້ງພວມມີຄວາມຄືບໜ້າ, ໃນນັ້ນການປຶກສາຫາລືກ່ຽວກັບຕຳແໜ່ງປະທານຄົນໃໝ່ຂອງECໄດ້ເລີ່ມຕົ້ນຂຶ້ນແລ້ວ. ປັດຈຸບັນທ່ານ Donald Tusk ໄດ້ມີບັນດາການປືກສາຫາລືຢ່າງດີງາມກັບທ່ານ Guy Verhofstadt ການນຳພັກສຳພັນທະມິດ ເສລີ ແລະ ປະຊາທິປະໄຕ ເອີລົບ (ALDE), ທ່ານ Nathalia Loiseau, ຜູ້ອອກສະໝັກເລືອກຕັ້ງເຊິ່ງເປັນຜູ້ນຳພັກ ຟື້ນຄວາມຈະເລີນຄືນໃໝ່ ຂອງ ທ່ານ ປະທານາທິບໍດີ ຝລັ່ງ Emmanuel Macron ໃນການເລືອກຕັ້ງ ເອີລົບ ເດືອນ ພຶດສະພາ, ແລະ ທ່ານ Udo Bullmann ປະທານຂອງກຸ່ມສັງຄົມ ແລະ ປະຊາທິປະໄຕ (S&D) ໃນ EP. ທ່ານ Donald Tusk ໃຫ້ຮູ້ວ່າ ວັນທີ 13 ມິຖຸນາ, ທ່ານຈະມີການພົບປະກັບ ທ່ານ Manfred Weber ເຊິ່ງແມ່ນຜູ້ອອກສະໝັກເລືອກຕັ້ງຂອງພັກປະຊາຊົນ ເອີລົບ (EPP), ຊຶ່ງແມ່ນກຸ່ມການເມືອງທີ່ໃຫຍ່ທີ່ສຸດໃນ EP.

ຕອບກັບ

ຂ່າວ/ບົດ​ອື່ນ