ການ​ເຈ​ລະ​ຈາ​ກ່ຽວ​ກັບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ ຄັ້ງ​ທີ 11

(VOVWORLD) -ວັນທີ 6 ພະຈິກ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມດ້ວຍທ່ານ Chan Heng Kee ເລຂາຜູ້ປະຈຳການກະຊວງປ້ອງກັນປະເທດ ສິງກະໂປ ໄດ້ເປັນປະທານກອງປະຊຸມເຈລະຈາກ່ຽວກັບນະໂຍບາຍດ້ານປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ ລະຫວ່າງ ຫວຽດນາມ - ສິງກະໂປ ຄັ້ງທີ 11, ຢູ່ສຳນັກງານກະຊວງປ້ອງກັນປະເທດ ສິງກະໂປ.
ການ​ເຈ​ລະ​ຈາ​ກ່ຽວ​ກັບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ ຄັ້ງ​ທີ 11 - ảnh 1ຄະນະຜູ້ແທນຫວຽດນາມ ທີ່ການເຈລະຈາ (ພາບ: TTXVN) 

ນະທີ່ນີ້, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາ ຄວາມໝັ້ນຄົງ, ສິດເສລີໃນ, ການເດີນເຮືອການບິນ, ການແກ້ໄຂບັນດາບັນຫາຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແລະ ບັນດາຄຳໝັ້ນສັນຍາໃນພາກພື້ນ. ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍ, ສອງຝ່າຍໄດ້ເຫັນດີຕໍ່ການມີໄຫວພິບ ແລະ ປະດິດຄິດສ້າງໃນການຮັກສາ ແລະ ຈັດຕັ້ງບັນດາກົນໄກເຈລະຈາທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ, ໂດຍສະເພາະແມ່ນການເຈລະຈາດ້ານນະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ຄົ້ນຄວ້າຈັດຕັ້ງການແລກປ່ຽນບົດຮຽນ, ປະສົບການ, ວິຊາສະເພາະດ້ວຍຮູບການທີ່ເໝາະສົມ; ສອງຝ່າຍເຫັນຈະສືບຕໍ່ລົງນາມໃນສັນຍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງ ຫວຽດນາມ - ສິງກະໂປ ແທນໃຫ້ ສັນຍາທີ່ສອງຝ່າຍໄດ້ລົງນາມໃນປີ 2009 ແລະ ມອບໃຫ້ບັນດາອົງການມີໜ້າທີ່ຮັບຜິດຊອບສືບຕໍ່ກວດກາເນື້ອໃນຄືນ ແລະ ປະຕິບັດສຳເລັດລະບຽບການ ເພື່ອລົງນາມໃນເວລາທີ່ເໝາະສົມ.

        ກ່ອນໜ້ານັ້ນ, ທີ່ການຕ້ອນຮັບຄະນະ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Ng Eng Hen ຢັ້ງຢືນວ່າ ກະຊວງປ້ອງກັນປະເທດ ສິງກະໂປ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນ ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ 2020 ໃຫ້ສຳເລັດຜົນ. ທ່ານ ພົນໂທ ຫງວຽນຈີ໊ວິ້ງ ປາດຖະໜາຢາກເພີ່ມທະວີການພົວພັນດ້ານປ້ອງກັນຊາດກັບ ສິງກະໂປ ໃຫ້ແທດຈິງກວ່າອີກ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ